ມີ​ຜູ້​ເສຍ​ຊີ​ວິດ 20 ຄົນຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ຈິວ​ຈ້າຍ​ໂກ່ວ
2017-08-11 10:48:40  cri 
ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ເສ​ສວນ​ຢືນ​ຢັນ​ວ່າ, ມາ​ຮອດ 12 ໂມງ​ຂອງວັນ​ທີ 10 ສິງ​ຫາ​ນີ້, ມີ​ຜູ້​ເສຍ​ຊີ​ວິດ 20 ຄົນ ແລະ​ຜູ້​ບາດ​ເຈັບ 431 ຄົນ, ໃນ​ນີ້​ບາດ​ເຈັບ​ສາ​ຫັດ 18 ຄົນ ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ຈິວ​ຈ້າຍ​ໂກ່ວ​ແຂວງ​ເສ​ສວນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈີນ​ແຈ້ງວ່າ, ​ໄປ​ພ້ອມ​ກັບ​ການ​ເຮັດ​ໃຫ້​ການ​ຄົມ​ມະ​ນາ​ຄົມ​ຢູ່​ເສັ້ນ​ທາງ​ຕອນ​ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຫາ​ຈິວ​ຈ້າຍ​ຖ່ຽນ​ຖາງ​​ກັບ​ສູ່​ສະ​ພາບ​ປົກ​ກະ​ຕິ​ແລ້ວ, ທາງ​ຫຼວງ​ເຂດ​ປະ​ສົບ​ໄພ​​ກໍ​ໄດ້​ປົວ​ແປງ​ເຮັດ​ໃຫ້​ການ​ສັນ​ຈອນ​ໄດ້​ເປັນ​ປົກ​ກະ​ຕິ​ແລ້ວ​ເຊັ່ນ​ດຽວ​ກັນ, ນັກ​ທ່ອງ​ທ່ຽວຫຼາຍ​ໝື່ນ​ຄົນ​ທີ່​ຄ້າງ​ຢູ່​ເຂດ​ແຜ່ນ​ດິນ​ໄຫວ ກໍ​ໄດ້​ອອກ​ຈາກ​ເຂດ​ເກີດ​ເຫດ, ໃນ​ນີ້​​ເກືອບ 9000 ຄົນ​ໄດ້​ຂີ່​ລົດ​ໂດຍ​ສານ​ສຸກ​ເສີນ​ອອກ​ຈາກ​ເຂດ​ປະ​ສົບ​ໄພ.

ທ່ານ​ສ​ຕີ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃ​ຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ນະ​ຄອນ​ນິວຢອກ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ວ່າ, ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ຄວາມ​ເປັນ​ຫ່ວງຫຼັງ​ເກີດແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ແຂວງ​ເສ​ສວນ​ແລະ​ເຂດ​ຊິ່ນ​ຈ່ຽງ​ປະ​ເທດ​ຈີນ​ເມື່ອ​ມໍ່​ໆ​ມາ​ນີ້ ແລະ​ກ່າວ​ວ່າ, ຖ້າ​ມີ​ຄວາມ​ຕ້ອງ​ການ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຈະ​ຊ່ວຍ​ເຫຼືອ​​ທຸກ​ເວ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ