ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ບໍ່​ປະ​ຕິ​ເສດ​ການ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ເວ​ເນ​ຊູ​ເອ​ລາ
2017-08-12 14:44:15  cri 
ວັນ​ທີ 11 ສິງ​ຫາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ໃນ​​ການ​ຮັບ​ມື​ກັບ​ສະ​ຖາ​ນະ​ການຢູ່​ເວ​ເນ​ຊູ​ເອ​ລາ​ໃນ​ປັດ​ຈຸ​ບັນ ອາ​ເມ​ລິ​ກາ​ມີ​ຫຼາຍ​ທາງ​ເລືອກ ແລະ​ບໍ່​ປະ​ຕິ​ເສດ​ໄດ້​ວ່າ​ຈະ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ເວ​ເນ​ຊູ​ເອ​ລາ. ແຕ່​ວ່າ, ທ່ານ​ໄດ້​ປະ​ຕິ​ເສດ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ​ກອງ​ທັບ​ອາ​ເມ​ລິ​ກາ​ຈະ​ນຳ​ພາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານໃດໆ​ຕໍ່​ເວ​ເນ​ຊູ​ເອ​ລາ​ຫຼື​ບໍ່. ນີ້​ແມ່​ນ​ເທື່ອ​ທຳ​ອິດ​ທີ່ລັດ​ຖະ​ບານ​ໂດ​ນັນ ທ​ຣຳ​ສະ​ແດງ​ທ່າ​ທີ​ຂອງ​ຕົນ​ວ່າ​ບໍ່​ປະ​ຕິ​ເສດ​ຄວາມ​ເປັນ​ໄປໄດ້​ທີ່​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ເວ​ເນ​ຊູ​ເອ​ລາ​ນັບ​ແຕ່​ເວ​ເນ​ຊູ​ເອ​ລາ​ປະ​ກາດ​ຈັດ​ການ​ເລືອກ​ຕັ້ງ​ກອງ​ປະ​ຊຸມຮ່າງ​ລັດ​ຖະ​ທຳ​ມະ​ນູນ​ແຫ່ງ​ຊາດ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ