ປະ​ທານ​ປະ​ເທດ​ຈີນ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ ​ບໍ​ດີ​ອາ​ເມ​ລິ​ກາ
2017-08-12 16:48:50  cri 
ວັນ​ທີ 12 ສິງ​ຫາ​ນີ້, ທ່ານ ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີຢູ່​ເມືອງ​ຮຳ​ເບີກ​ປະ​ເທດ​ເຢຍ​ລະ​ມັນ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາເປັນ​ຢ່າງ​ດີ. ພວກ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ, ​ການ​ທີ່​ຮັກ​ສາ​ການພົວ​ພັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ,ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບກັນ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​ແລ​ະ​ແລກ​ປ່ຽນ​ກັນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ແກ້​ໄຂ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ເໝາະ​ສົມ,ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ປອດ​ໃສ່​ແລະ​ໝັ້ນ​ທ່ຽງ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ໃນ​ປີ​ນີ້,ຄະ​ນະ​ເຮັດ​ວຽກ​ຂອງ​ສອງ​ປະ​ເທດ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນເພື່ອ​ເຮັດ​ວຽກ​ກະ​ກຽມ​ໃຫ້​ດີ.

ທ່ານ ໂດ​ນັນ ທ​ຣຳ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຫຼັງ​​ການ​ພົບ​ປະ​ຢູ່​ເມືອງຮຳເບີກ​. ຂ້າ​ພະ​ເຈົ້າ​ຮັກ​ສາ​ການພົວ​ພັນ​ແລະປະ​ສານ​ງານ​​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ ແລະ ສອງ​ປະ​ເທດ​ເພີ່ມ​ທະ​ວີການ​ໄປ​ມ​າ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ຕ່າງໆໃນ​ຂົງ​ເຂດ​ຕ່າງໆນັ້ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ. ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ຈີນ​ໄດ້​ມີ​ທ່າ​ອ່ຽງ​​ພັດ​ທະ​ນາ​ທີ່​ດີ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າຈະ​ສາ​ມາດ​ພັດ​ທະ​ນາ​ໄດ້​ດີກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ເດີນ​ທາງຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ນອກ​ນີ້, ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາ​ຫຼີ​ໃນ​ປັດ​ຈຸ​ບັນ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ການເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄ​ລຍ​,ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາ​ບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ. ປັດ​ຈຸ​ບັນ, ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ຢູ່ແຫຼມ​ເກົາ​ຫຼີ​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ທ່ານ ໂດ​ນັນ ທ​ຣຳ ກ່າວ​ວ່າ: ອາ​ເມ​ລິ​ກາ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່​ຈີນ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ບັນ​ຫາ​​ນິວ​ເຄ​ລຍ​ຂອງແຫຼມ​ເກົາ​ຫຼີ, ອາ​ເມ​ລິ​ກາ​ຍິນ​ດີຮັກ​ສາ​ການພົວ​ພັນ​ກັບ​ຈີນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນທີ່​ສຳ​ຄັນ​ແລະ​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ