ສປປ ລາວ ຈະມີສະຖານີວັດແທກແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວໃນໄວໆນີ້
2017-08-12 12:50:06  cri 

ອີງຕາມສັນຍາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງສະຖານີວັດແທກແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວ ແຫ່ງ ສປປ ລາວ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ສະບັບລົງວັນທີ 08 ກັນຍາ 2016.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດຈີນ ປະຈໍາລາວ ຕາງໜ້າໃຫ້ແກ່ລັດຖະບານ ສປ ຈີນໄດ້ຈັດພິທີເຊັນສັນຍາວ່າດ້ວຍການປະຕິບັດໂຄງການກໍ່ສ້າງສະຖານີວັດແທກແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວຂຶ້ນໃນຕອນບ່າຍ ວັນທີ11 ສິງຫາ2017 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ, ໃນການເຊັນສັນຍາຄັ້ງນີ້ເຂົ້າຮ່ວມໂດຍທ່ານ ຂັນມະນີ ຂູນພົນ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ທ່ານ ຫວັງສີຮຸ່ຍ ທູດເສດຖະກິດແຫ່ງ ສປ ຈີນປະຈໍາລາວ ພ້ອມທັງມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການດັ່ງກ່າວເປັນໂຄງການຮ່ວມມື ລາວ-ຈີນ ຊຶ່ງແຕ່ລະຝ່າຍມີຄວາມຮັບຜິດຊອບແລະມີຜົນປະໂຫຍດຮ່ວມກັນ ແລະ ເປັນໂຄງການທີ່ສໍາຄັນຂອງວຽກງານແຜ່ນດິນໄຫວໃນປະເທດລາວ ແລະ ສືບຕໍ່ເກັບກໍາຂໍ້ມູນແຜ່ນດິນໄຫວໃນປະເທດລາວ ໃຫ້ເປັນລະບົບຄົບຊຸດ,ຖືກຕ້ອງຕາມເຕັກນິກວິຊາການ ແລະມາດຕະຖານສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ