ພິທີລົງນາມເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກ ສປ ຈີນ ກໍ່ສ້າງຫ້ອງອາຫານທີ່ຫໍ່ຫໍປະຊຸມແຫ່ງ ສປປ ລາວ
2017-08-12 13:13:41  cri 

ໃນຕອນບ່າຍຂອງວັນທີ່ 11 ສິງຫາ 2017  ທີ່ຫໍປະຊຸມແຫ່ງ ສປປ ລາວ ຈັດພິທີເຊັນສັນຍາໂຄງການກໍ່ສ້າງຫ້ອງອາຫານຫໍປະຊຸມແຫ່ງຊາດ. ທ່ານ ປອ. ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ຫວັງ ຊີຮຸ່ຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ແລະ ແຂກຖືກເຊີນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.


ໂດຍທ່ານ ປອ ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າວ່່າການສຳນັກງານນາຍົກລັດຖະມົນຕີຕາງໜ້າລັດຖະບານລາວ ແລະ ທ່ານ ຫວັງ ຊິີຮຸ່ຍ ທີ່ປຶກສາ ເສດຖະກິດ ແລະ ການຄ້າ, ສະຖານເອກອັກລັດຖະທູດ ແຫ່ງ ອປ ຈີນ ປະຈຳລາວ ຕາງໜ້າລັດຖະບານຈີນລົງນາມໃນສັນຍາກໍ່ສ້າງໂຄງການດັ່ງກ່າວ.


ສຳລັບໂຄງການກໍ່ສ້າງຫ້ອງອາຫານຄັ້ງນີ້ ເປັນອາຄານຊັ້ນດຽວ ທີ່ມີລັກສະນະກົມກືນກັບອາຄານໂຕເກົ່າກໍ່ຄືຫໍປະຊຸມແຫ່ງຊາດ. ໃນປັດຈຸບັນເນື້ອທີ່ຂອງອາຄານແຕ່ລະຫ້ອງມີ 3,300 ມ2 ແລະ ຫ້ອງຄວບຄຸມລະບົບ ແສງ, ສີ, ສຽງ ມີ 150 ມ2 ຫ້ອງ ລວມມີເນື້ອທີ່ທັງໝົດ 3,450 ມ2,ໃນອາຄານປະກອບມີ ຫ້ອງອາຫານຄື: ລະດັບປະມຸກລັດບັນຈຸໄດ້ 15-20 ທ່ານ  ມີ 1 ຫ້ອງ, ລະດັບລັດຖະມົນຕີບັນຈຸໄດ້ 60-80 ທ່ານ ມີ 1 ຫ້ອງ ແລະ ຫ້ອງໂຖງໃຫຍ່ບັນຈຸໄດ້ 800-1.000 ທ່ານມີ 1 ຫ້ອງ ແຕ່ກໍສາມາດແບ່ງອອກເປັນ 03 ຫ້ອງຍ່ອຍກໍ່ໄດ້ຕາມຕ້ອງການ. ໂຄງການກໍ່ສ້າງນີ້ ແມ່ນຊ່ວຍເຫຼືອລ້າຈາກ ສປ ຈີນ ໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງທ້າຍປີ 2017 ນີ້ ແລະ ໃຊ້ເວລາໃນການກໍ່ສ້າງປະມານ 24 ເດືອນ ຈຶ່ງຈະສຳເລັດໂຄງການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ