ຊາຍທີ່ອາຍຸຍືນທີ່ສຸດໃນໂລກເຖິງແກ່ກຳຢູ່ອິສຣາແອນ
2017-08-12 16:05:05  cri 

ສື່ມວນຊົນອິສຣາແອນລາຍງານວ່າ, ທ່ານອິສຣາແອນ ກຣິສໂຕ ຜູ້ຊາຍທີ່ອາຍຸຍືນທີ່ສຸດໃນໂລກ ທັງເປັນຜູ້ລອດຊີວິດຈາກເຫດການສັງຫານໂຫດຊາວຢິວໃນສະໄໝສົງຄາມໂລກຄັ້ງທີ 2 ທີ່ມີອາຍຸສູງສຸດໄດ້ເຖິງແກ່ກຳແລ້ວຢູ່ເມືອງໄຮຟາ ທາງພາກເໜືອອິສຣາແອນໃນວັນທີ 11 ສິງຫານີ້ ໂດຍມີອາຍຸໄດ້ 113 ປີ.

ວັນທີ 11 ມີນາ ປີ2016, ທ່ານກຣິສໂຕຖືກສະຖິຕິໂລກກິນເນັສບຸກຢືນຢັນເປັນຜູ້ຊາຍທີ່ມີອາຍຸຍືນທີ່ສຸດໃນໂລກ.

ທ່ານກຣິສໂຕເກີດຢູ່ໂປໂຣຍເມື່ອວັນທີ 15 ກັນຍາປີ 1903, ສ້າງຄອບຄົວເມື່ອປີ 1920 ແລະ ໄດ້ສ້າງໂຮງງານຜະລິດຂະໜົມແຫ່ງໜຶ່ງ. ປີ 1940, ທ່ານ ແລະ ຄອບຄົວຂອງທ່ານລ້ວນແຕ່ຖືກກັກຂັງໄວ້ໃນຄ້າຍເອົາຊະວິດ, ຕໍ່ມາເມຍຄົນທຳອິດ ແລະ ລູກສອງຄົນຂອງທ່ານຖືກນາຊີສັງຫານ.

ປີ1950, ທ່ານກຣິສໂຕ ພ້ອມເມຍຄົນທີສອງຍ້າຍໄປຢູ່ອິສຣາແອນໂດຍຕັ້ງພູມລຳເນົາຢູ່ເມືອງໄຮຟາ ແລະ ສືບຕໍ່ເຮັດທຸລະກິດການຜະລິດຂະໜົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ