ແຂວງຢຸນນານຈີນໃຊ້ມາດຕະການອະນຸລັກເຫັດປ່າ
2017-08-12 16:26:06  cri 

ຢູ່ເມືອງນານຮວາ ກິ່ງແຂວງສູຊົງ ແຂວງຢຸນນານສປຈີນ, ເຫັດປ່າແມ່ນອຸດສາຫະກຳສຳຄັນທີ່ຊຸກຍູ້ເສດຖະກິດໃຫ້ພັດທະນາ ແລະ ເຮັດໃຫ້ລາຍຮັບຊາວກະສິກອນເພີ່ມຂຶ້ນ, ກໍ່ແມ່ນມາດຕະການສຳຄັນທີ່ເຮັດໃຫ້ເສດຖະກິດຂອງເມືອງຈະເລີນແລະປະຊາຊົນຮັ່ງມີຂຶ້ນ. ເມືອງນານຮວາມີນາມມະຍົດວ່າ 'ເມືອງເຫັດປ່າ', ໃນການອະນຸລັກ ແລະ ພັດທະນາເຫັດປ່ານັ້ນ, ເມືອງນານຮວາໄດ້ໃຊ້ຫຼາຍວີທີທີ່ມີປະສິດທິຜົນເພື່ອຮັບປະກັນການພັດທະນາຊັບພະຍາກອນເຫັດປ່າຢ່າງຍືນຍົງ.

ຕາແສງອູເຈ່ແມ່ນເຂດຜະລິດເຫັດປ່າຕົ້ນຕໍຂອງເມືອງນານຮວາ, ເພື່ອອະນຸລັກເຫັດປ່າຊະນິດຕ່າງໆ, ເມື່ອຮອດລະດູເກັບເຫັດປ່າຂຶ້ນຂາຍຢູ່ຕະຫຼາດ, ທົ່ວຕາແສງກໍ່ຈັດຊຸດອົມຮົມກ່ຽວກັບການເກັບເຫັດປ່າຢູ່ຄະນະຄຸ້ມຄອງບ້ານ ເພື່ອ ຮັບປະກັນຊາວບ້ານເກັບເຫັດປ່າຕາມຫຼັກວິທະຍາສາດ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ