ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້ຝ່າຍ​ພັກ​ຄ້ານ​ເຄນ​ຢາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ການ​ເລື​ອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ດ້ວຍ​ຊ່ອງ​ທາງ​ທີ່ຊອບ​ດ້ວຍ​ກົດ​ໝາຍ
2017-08-13 17:11:55  cri 

ວັນ​ທີ 12 ສິງ​ຫາ​ນີ້, ທ່ານ​ອານ​ໂດ​ນີ​ໂອ ກູ​ເຕ​ເຣ​ສ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ການ​ເມືອງ​ທີ່​ກ່ຽວ​ຂ້ອງ​ຂອງ​ເຄນ​ຢາ​ແກ້​ໄຂ​ຄວາມ​ຂັດ​ແ​ວ້ງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ດ້ວຍ​ຊ່ອງ​ທາງ​ທີ່​ຊອບ​ດ້ວຍ​ກົດ​ໝາຍ. ທັງເຕືອນ​ໃຫ້​ຜູ້​ນຳ​ການ​ເມືອງ​ເຫຼົ່າ​ນີ້ສົ່ງຂ່າວ​​ຢ່າງ​ຈະ​ແຈ້ງ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນຂອງ​ຕົນ​ວ່າ​ບໍ່​​ໃຊ້​ຄວາມ​ຮຸນ​ແຮງ.

ທັງ​ນີ້, ທ່ານ​ອານ​ໂດ​ນີ​ໂອ ກູ​ເຕ​ເຣ​ສ​ໄດ້ຜ່ານ​ໂຄ​ສົກ​ຂອງ​ຕົນ​ອອກ​ຖະ​ແຫຼງ​ການ​ດ້ວຍ​ໂຄ​ສົກ​, ໃນ​ວັນ​ດັ່ງ​ກ່າວ​ວ່າ​ຕົນ​ໄດ້​​ຮູ້​​ຜົນ​ການ​ເລືອກ​ຕັ້ງ​​ປະ​ທານ​າ​ທິ​ບໍ​ດີ​ຂອງ​ເຄນ​ຢາແລ້ວແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ການ​ເມືອງ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຕໍ່​ຜົນ​ການ​ເລືອກ​ຕັ້ງນັ້ນ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ອົງ​ການ​ທີ່ໄດ້​ຮັບ​ສິດ​ຈາກ​ລັດ​ຖະ​ທຳ​ມະ​ນູນ, ແລະ​ຫວັງ​ວ່າ​ຜູ້​ນຳ​ການ​ເມືອງ​ເຫຼົ່າ​ນີ້​ສົ່ງ​ຂ່າວ​ສານ​ຢ່າງ​ຈະ​ແຈ້ງ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນຂອງ​ຕົ​ນ​ວ່າ​ບໍ່​ໃຊ້​ຄວາມຮຸນ​ແຮງ.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ເຄນ​ຢາ​ໄດ້​​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ສິງ​ຫາ​ນີ້. ໂດຍຜົນ​ການ​ນັບບັດສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​​ອູ​ຮູ​ຣູ ເຄນ​ຢາ​ຕາ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນໄດ້​ຮັບ​ໄຊ​ຊະ​ນະ, ແລະ​ຈະ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີອີກວາ​ລະ​ໜຶ່ງ. ​ຫຼັງປະ​ກາດຜົນ​ການ​ນັບ​​ບັດ, ​ມີ​ຜູ້​ສະ​ໜັບ​ສະ​ໜູນພັກຝ່າຍ​​ຄ້ານຈຳ​ນວນ​ໜຶ່ງ​ໄດ້​ກໍ່​ການ​ປະ​ທ້ວງ, ແລະ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ເຄນ​ຢາ​ເກີດ​ເຫດ​ການ​ຄວາມຮຸນ​ແຮງ, ສົ່ງ​ຜົນເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ