ສະ​ໜາມ​ບິນ​ຮວງ​ລົງເມືອງ​ຈຽວ​ຈ້າຍ​ສຳ​ເລັດ​ໜ້າ​ທີ່​ແຍກ​ຍ້າຍນັກ​ທ່ອງ​ທ່ຽວ​ໂດຍ​ພື້ນ​ຖານ
2017-08-13 17:30:10  cri 
ວັນ​ທີ 12 ສິງ​ຫາ​ນີ້ ​ເມືອງ​ຈຽວ​ຈ້າຍ​​ແຂວງ​ເສ​ສວນ​ ສ​ປ ຈີນ ເກີດ​ແຜ່ນ​ດິນ​ໄຫວຜ່ານ​ມາ​ເປັນ​ມື້​ທີ 5 ແລ້ວ​, ດ້ວຍ​ການ​ຮ່ວມ​ມື​ສຸດ​ຂີດ​ຈາກພາກ​ສ່ວນ​ຕ່າງໆ​ຂອງ​ລະ​ບົບ​ການ​ບິນ​ພົນ​ລະ​ເຮືອນ, ໜ້າ​ທີ່​ການ​ຂົນ​ສົ່ງ​ແລະ​ແຍກ​ຍ້າຍ​ນັກ​ທ້ອງ​ຖິ່ນ​​, ການ​ຂົນ​ສົ່ງພະ​ນັກ​ງານແລະ​ວັດ​ຖຸ​ກູ້​ໄພ​ສຸກ​ເສີນ ແລະ​ໜ້າ​ທີ່​ການ​ບິນ​ຮັບ​ປະ​ກັນຕ່າງໆ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນລະ​ບຽບດີ.

​ແຫຼ່ງ​ຂ່າວຈາກ​ກົມ​ການ​ບິນພົນ​ລະເຮືອ​ນ​ໃຫ້​ຮູ້​ວ່າ, ມາ​ຮອດ​ວັນ​ທີ 12 ສິງ​ຫາ​ນີ້, ສະ​ໜາມ​ບິນ​ຮວງ​ລົງ​ເມືອງ​ຈຽວ​ຈ້າຍ​ໄດ້​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ ໂດຍ​ບໍ່​ມີ​ນັກ​ທ່ອງ​ທ່ຽວ​ຄ້າງ​ຢູ່​ສະ​ໜາມ​ບິນ​ເປັນ 5 ມື້​ລຽນ​ຕິດ​ແລ້ວ​ເຊິ່ງ​ສາ​ມາດສຳ​ເລັດໜ້າ​ທີ່​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ໂດຍ​ພື້ນ​ຖານ, ​ການ​ຂົນ​ສົ່ງ​ພະ​ນັກ​ງານແລະ​ວັດ​ຖຸ​​ກູ້​ໄພ ແລະ​ໜ້າ​ທີ່​ການ​ບິນ​ເພື່ອ​ຮັບ​ປະ​ກັນ​ວຽກ​ງານກູ້​ໄພ​ອື່ນ​ໆ​ໄດ້​ດຳ​ເນີນ​ໄປ​​ເປັນ​ຢ່າງ​ດີ.

ຕາມ​ສະ​ຖິ​ຕິ​ຂອງ​ພະ​ແນກ​ບໍ​ລິ​ຫານ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້ການ​ບິນ​ພົນ​ລະ​ເຮືອນ​ຈີນ, ນັບ​ແຕ່​ມື້​ເກີດ​ແຜ່ນ​ດິນ​ໄຫວ​​ຮອດ​ເວລາ 17 ໂມງຂອງວັນ​ທີ 12 ສິງ​ຫ​າ​ນີ້, ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ຈັດຕັ້ງ​ການ​ບິນ​ກູ້​ໄພ​ 127 ​ຖ້ຽວ​ລຳ​, ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວອອກຈາກ​ສະ​ໜາມ​ບິນ​ຮວງ​ລົງ ​2456 ຄົນ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ