ເກີດ​ແຜ່ນດິນ​ໄຫວ​ລະດັບ 6,6 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ເກາະ​ສຸ​ມາຕຣາ
2017-08-14 11:19:26  cri 

ຕອນ​ເຊົ້າວັນ​ທີ 13 ສິງຫາ​ນີ້, ຢູ່​ເຂດ​ທະ​ເລ​​ພາກ​ຕາ​ເວັນ​ຕົກ​ແຂວງ​ເບ​ງກູ​ລູ ​ເກາະ​ສຸ​ມາຕຣາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,6 ລິກ​ເຕີ ​ໂດຍ​ມາ​ຮອດປັດຈຸບັນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ເສຍ​ຊີວິດ ຫຼື ບາດ​ເຈັບ ​ແລະ ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ເທື່ອ.

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ອົງການ​ອຸ​ຕິ​ນິຍົມ, ດິນ​ຟ້າ​ອາກາດ ​ແລະ ຟິຊິກ​ໂລກ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ​ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ເລ10:08 ​ໂມງ​ຕາມເວລາຂອງ​ລາວ ​ໂດຍ​ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທະ​ເລ​ຫ່າງ​ຈາກ​ເມືອງ​ເບ​ງກູ​ລູ​​ເໜືອ ແຂວງ​ເບ​ງກູ​ລູ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ 71 ກິ​ໂລ​ແມັດ ​ແລະ​ເລິກ​ລົງ​ໃຕ້​ດິນ 10 ກິ​ໂລ​ແມັດ. ​ແນວ​ໃດ​ກໍດີ, ອົງການ​ຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ສົ່ງ​ສັນຍານ​ເຕືອນ​ໄພ​ຄື້ນສຶນາມິ​ຈາກ​ເຫດແຜ່ນດິນ​ໄຫວ​ເທື່ອ​ນີ້.

ຂະນະ​ທີ່​ອົງການ​ສຳຫຼວດທໍລະນີ​ສາດ​ອາ​ເມ​ລິ​ກາ​ວັດ​ແທກ​ໄດ້​ລະດັບ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ຢູ່​ໃນ​ຂັ້ນ 6,4 ລິກ​ເຕີ ​ແລະ​ເລິກ​ລົງ​ໃຕ້​ດິນ 35,9 ກິ​ໂລ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ