ສຳ​ເລັດ​ການ​ຊອກ​ຄົ້ນ​ແລະຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ ຈິ​ວຈ້າຍ​ໂກ່​ວ
2017-08-14 11:21:17  cri 

​ແຫຼ່ງຂ່າວ​ຈາກ​ຫ້ອງການ​ຖະ​ແຫຼງຂ່າວ​ອຳນາດ​ການ​ປົກຄອງ​ແຂວງ​ເສ​ສວນ ສປ ຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 14 ສິງຫາ​ນີ້​ວ່າ: ມາ​ຮອດ​ເວລາ 20:00 ​ໂມງ​ຂອງ​ວັນ​ທີ 13 ສິງຫາ​ນີ້, ​ແຜ່ນດິນ​ໄຫວ​ຢູ່​ຈິ​ວຈ້າຍ​ໂກ່​ວ "ວັນ​ທີ 8 ສິງຫາ" ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້ 25 ຄົນ​ເສຍ​ຊີວິດ ​ແ​ລະ 525 ບາດ​ເຈັບ ​ແລະ​ປັດຈຸບັນ, ການ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ ໄດ້​ສິ້ນສຸດ​ລົງ​ໂດຍ​ພື້ນຖານ​ແລ້ວ.

​ໃນ​ຈຳນວນຜູ້​ເສຍ​ຊີວິດ 25 ຄົນ​ນັ້ນ ມີ 24 ຄົນ​ໄດ້ຮັບ​ການ​ສັນ​ລະ​ສູດ​ແລ້ວ, ຂະນະ​ທີ່​ 525 ຄົນ​ທີ່​ບາດ​ເຈັບ​ນັ້ນ, ມີ 42 ຄົນ​ເຈັບ​ສາຫັດ ​ແລະນອກ​ນີ້​ຍັງ​ມີ 6 ຄົນ​ຫາຍ​ສາບ​ສູນ.
​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ກະທົບ​ເຖິງ 19.768 ຄອບຄົວ ຫຼື 176. 492 ຄົນ ລວມທັງ​ນັກ​ທ່ອງ​ທ່ຽວ, ​ເຮືອນ 73.671 ຫຼັງຖືກ​ທຳລາຍ​, ໃນ​ນັ້ນພັງ​ທະລາ​ຍ 76 ຫຼັງ, 4 ​ເມືອງ, 53 ຕາ​ແສງ​ແລະ 309 ບ້ານ​ຖືກ​ກະທົບ, ຂະນະ​ທີ່ຢູ່​ເມືອງ​ຜິ​ງອູ​ທີ່​ຂຶ້ນກັບ​ເມືອງ​ໝຽນຢາງ ມີ 11 ຕາ​ແສງ​ໄດ້​ຮັບ​ຜົນ​ກະທົບ ​ແລະ ປັດຈຸບັນ​ກຳລັງ​ກວດກາ​ຜົນ​ເສຍ​ຫາຍ​.

ຂ່າວ​ລາຍ​ງານ​ຕື່ມ​ອີກ​ວ່າ: ປັດຈຸບັນ, ການ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ພື້ນຖານ ​ໂດຍ​ປະຊາຊົນ​ຜູ້​ປະສົບ​ໄພໄດ້​ຮັບ​ການຈັດ​ສັນ​ຊົ່ວຄາວ, ຂະນະ​ທີ່ນັກ​ທ່ອງ​ທ່ຽວ ​ແລະ ຄົນ​ຕ່າງ​ຖິ່ນ​ທີ່​ໄປ​ເຮັດ​ວຽກ​ຢູ່​​ເຂດ​ປະສົບ​ໄພ​ນັ້ນກໍ​ໄດ້​ນຳ​ອອກ​ມາ​ໝົດ​ແລ້ວ, ຂະນະ​ທີ່​ເສັ້ນທາງ, ການ​ສື່ສານ, ​ໄຟຟ້າແລະນ້ຳ ກໍ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ພື້ນຖານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ