ເປີດ​ໂຮງຮຽນ​ມິດຕະພາບ​ຈີນ-ມຽນມາ​ແຫ່ງ​ທີ 16
2017-08-14 16:28:03  cri 

​ພິທີ​ເປີດ​​ນຳ​ໃຊ້​ຫໍ​ພັກ​ມະຫາວິທະຍາ​ໄລ​ການບິນ​ແລະ​ການບິນ​ອະວະກາດ​ມຽນມາ ​ແລະ ​ພິທີ​ເປີດ​ໂຮງຮຽນ​ມິດຕະພາບ​ຈີນ-ມຽນມາ ​ແຫ່ງ​ທີ 16 ທີ່ ​ສະຖານທູດ​ຈີນ​ປະຈຳ​ມຽນມາ​​​ຊ່ວຍກໍ່​ສ້າງ ໄດ້​ຈັດຂຶ້ນຢ່າງ​ຄຶກຄື້ນຢູ່​ເມືອງ​ເມັກ​ຕີ​ລາ ​ແຂວງ​ມານ​ດາ​ເລ ປະ​ເທດ​ດັ່ງກ່າວ​ໃນວັນ​ທີ 11 ສິງຫາ​ນີ້ ​ໂດຍ​ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ ​ແລະ ທ່ານ​ມິ​ວ​ເທ​ນຍີ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ມຽນມາ ​ໄດ້​ເຂົ້າຮ່ວມ ​ແລະ ​ປາ​ໄສ, ຂະນະ​ທີ່​ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ໄດ້​ມອບ​ທຶນ​ການສຶກສາ​ໃຫ້​ແກ່​ນັກຮຽນ​ໂຮງຮຽນ​ດັ່ງກ່າວ.

ຫໍ​ພັກ​ນັກ​ສຶກສາ​ແຫ່ງ​ໃໝ່​ທີ່​ຈີນ​ຊ່ວຍກໍ່​ສ້າງ​ກວມ​ເນື້ອ​ທີ່ 3.717 ຕາ​ແມັດ, ​ໃນ​ນີ້​ມີ​ເນື້ອ​ທີ່​ກໍ່ສ້າງ​ປະມານ 2.500 ຕາ​ແມັດ, ຫ້ອງ​ໜຶ່ງ​ພັກ​ໄດ້ 4 ຄົນ​ແລະ​ສາມາດຮັບຮອງ​ນັກຮຽນໄດ້ 192 ຄົນ. ຫໍ​ພັກ​ດັ່ງກ່າວ​ຈະ​ຕ້ອນຮັບ​ນັກຮຽນ​ຊຸດ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ໃນ​ພາກຮຽນ​ໃໝ່ ຄື ​ເດືອນ​ທັນວາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ