ຫຼັງການຮ່ວມມືລະຫວ່າງປະເທດບຣິກສ໌ເຂົ້າສູ່ "ທົດສະວັດສີຄຳ" ຮອບທີ 2, ກອງປະຊຸມສຸດຍອດຂອງປະເທດບຣິກສ໌ຄັ້ງທຳອິດ ຈະຈັດຂຶ້ນຢູ່ເມືອງເຊ້ຍເມິນ ແຂວງຝູຈ້ຽນ ສປ ຈີນໃນເດືອນກັນຍາໜ້ານີ້. ຂະນະທີ່ທ່ານ ເຊີເກ ກາຣາຕາເຢັຟ ຮອງຫົວໜ້າສູນຄົ້ນຄວ້າເສດຖະກິດ ສະຖາບັນຄົ້ນຄວ້າຍຸດທະສາດຣັດເຊຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວຫວ່າງມໍ່ໆມານີ້ວ່າ: ປະເທດບຣິກສ໌ໄດ້ເສີມຂະຫຍາຍບົດບາດໃນການປັບປຸງການປະຕິຮູບການຄຸ້ມຄອງທົ່ວໂລກ ໂດຍທຸກຄົນເຫັນໄດ້ຢ່າງປະຈັກ ແລະຈະກາຍເປັນໃຈກາງແຫ່ງການຈັດຕັ້ງປະຕິບັດແຜນການລະອຽດຕ່າງໆ ທີ່ສົ່ງເສີມການປະຕິຮູບລະບົບການທະນາຄານສາກົນ ແລະ ຮັກສາການພັດທະນາເສດຖະກິດຢ່າງໜັກແໜ້ນ.
ທ່ານກາຣາຕາເຢັຟ ກ່າວວ່າ: ນັບແຕ່ປີ 2010 ເປັນຕົ້ນມາ, ປະເທດບຣິກສ໌ ເລີ່ມເຮັດໃຫ້ຂໍ້ລິເລີ່ມຂອງຕົນບັນລຸຜົນເປັນຈິງເປັນກ້າວໆ ໂດຍໄດ້ສ້າງຄັງສະສົມສະກຸນເງິນຕາຕ່າງປະເທດຂອງປະເທດບຣິກສ໌, ທະນາຄານພັດທະນາໃໝ່ຂອງປະເທດບຣິກສ໌ ແລະພວມປຶກສາຫາລືສ້າງອົງການຮ່ວມປະເມີນລະດັບຄວາມໜ້າເຊື່ອຖືຂອງຕົນ ເພື່ອທັບມ້າງການຜູກຂາດຂອງຕາເວັນຕົກ. ນອກນີ້, ລັດຖະມົນຕີການເງິນຂອງປະເທດບຣິກສ໌ ຍັງຈະຫາລືການສ້າງຕັ້ງກອງທຶນພັນທະບັດພາກລັດໃນປີນີ້.
ທ່ານກາຣາຕາເຢັຟ ກ່າວຕື່ມວ່າ: ການທີ່ພັດທະນາການພົວພັນຄູ່ຮ່ວມກັບປະເທດພວມພັດທະນາຢ່າງກວ້າງຂວາງກວ່າເກົ່າ ແລະ ຈັດຕັ້ງປະຕິບັດຕາມຮູບແບບ "ປະເທດບຣິກສ໌ບວກ" ຈະເຮັດໃຫ້ການຄ້າສອງຝ່າຍ, ຫຼາຍຝ່າຍ ແລະ ການລົງທຶນລະຫວ່າງ 5 ປະເທດບຣິກສ໌ ດ້ວຍກັນກັບປະເທດຄູ່ຮ່ວມຕ່າງໆ ມີປະສິດທິຜົນຍິ່ງຂຶ້ນ.