ປະ​ເທດ​ບຣິກສ໌​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ປັບປຸງ​ການ​ປະຕິ​ຮູບ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ
2017-08-14 17:32:02  cri 

ຫຼັງການ​ຮ່ວມ​ມື​ລະຫວ່າງ​ປະ​ເທດບຣິກສ໌​ເຂົ້າສູ່ "ທົດ​ສະ​ວັດ​ສີຄຳ" ຮອບທີ 2, ກອງ​ປະຊຸມ​ສຸດ​ຍອດ​ຂອງ​ປະ​ເທດ​ບຣິກສ໌​ຄັ້ງທຳ​ອິດ ຈະ​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເມິ​ນ ​ແຂວງ​ຝູຈ້ຽນ ສປ ຈີນ​ໃນ​ເດືອນ​ກັນຍາ​ໜ້າ​ນີ້. ຂະນະ​ທີ່​ທ່ານ ​ເຊີ​ເກ ກາຣາຕາ​ເຢັຟ ຮອງ​ຫົວໜ້າ​ສູນ​ຄົ້ນຄວ້າ​ເສດຖະກິດ​ ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດຣັດ​ເຊຍ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ປະ​ເທດ​ບຣິກສ໌​ໄດ້​ເສີມຂະຫຍາຍ​ບົດບາດ​ໃນ​ການ​ປັບປຸງ​ການ​ປະຕິ​ຮູບ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ ​ໂດຍ​ທຸກ​ຄົນເຫັນ​ໄດ້​ຢ່າງ​ປະຈັກ​ ​ແລະ​ຈະ​ກາຍ​ເປັນ​​ໃຈກາງ​ແຫ່ງ​ການຈັດຕັ້ງປະຕິບັດແຜນການ​ລະອຽດ​ຕ່າງໆ ທີ່ສົ່ງ​ເສີມ​ການ​ປະຕິ​ຮູບ​ລະບົບ​ການ​ທະນາຄານ​ສາກົນ ​ແລະ ຮັກສາ​ການ​ພັດທະນາ​ເສດຖະກິດຢ່າງ​ໜັກ​ແໜ້ນ.

ທ່ານ​ກາຣາຕາ​ເຢັຟ ກ່າວ​ວ່າ: ນັບ​ແຕ່​ປີ 2010 ​ເປັນຕົ້ນມາ, ປະ​ເທດ​ບຣິກສ໌ ​ເລີ່​ມ​ເຮັດ​ໃຫ້ຂໍ້​ລິ​ເລີ່​ມຂອງ​ຕົນບັນລຸ​ຜົນ​ເປັນ​ຈິງ​ເປັນ​ກ້າວໆ ​ໂດຍ​ໄດ້​ສ້າງ​ຄັງ​ສະ​ສົມສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ປະ​ເທດ​ບຣິກສ໌, ທະນາຄານ​ພັດທະນາ​ໃໝ່​ຂອງ​ປະ​ເທດ​ບຣິກສ໌ ​ແລະ​ພວມ​ປຶກສາ​ຫາລື​ສ້າງ​ອົງການຮ່ວມ​ປະ​ເມີນລະດັບ​ຄວາມ​ໜ້າ​​ເຊື່ອ​ຖື​ຂອງ​ຕົນ ເພື່ອທັບ​ມ້າງ​ການ​ຜູກຂາດ​ຂອງ​ຕາ​ເວັນ​ຕົກ. ນອກ​ນີ້, ລັດຖະມົນຕີ​ການ​ເງິນ​ຂອງ​ປະ​ເທດ​ບຣິກສ໌ ຍັງ​ຈະ​ຫາລື​ການ​ສ້າງຕັ້ງກອງ​ທຶນພັນທະບັດ​ພາກ​ລັດ​ໃນ​ປີ​ນີ້.

ທ່ານ​ກາຣາຕາ​ເຢັຟ ກ່າວ​ຕື່ມ​ວ່າ: ການ​ທີ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ກັບປະ​ເທດ​ພວມ​ພັດທະນາຢ່າງ​ກວ້າງຂວາງ​ກວ່າ​ເກົ່າ ​ແລະ ຈັດຕັ້ງປະຕິບັດ​ຕາມຮູບ​ແບບ "ປະ​ເທດ​ບຣິກສ໌ບວກ" ຈະ​ເຮັດ​ໃຫ້ການ​ຄ້າ​ສອງ​ຝ່າຍ, ຫຼາຍຝ່າຍ ​ແລະ ການ​ລົງທຶນ​ລະຫວ່າງ 5 ປະ​ເທດ​ບຣິກສ໌ ດ້ວຍ​ກັນ​ກັບປະ​ເທດ​ຄູ່​ຮ່ວມ​ຕ່າງໆ ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ