ບ​ຣູ​ໄນ​ຈັດ​ງານ​ວາງ​ສະ​ແດງ​ສະ​ຫຼອງວັນສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ
2017-08-14 11:03:19  cri 
​​ໃນວັນ​ທີ 12 - 13 ສິງ​ຫາ​ນີ້, ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ນະ​ຄອນ​ຫຼວງ​ບານ​ດາ​ເຊ​ຣີ​ເບ​ກາ​ວັນ​ປະ​ເທດບ​ຣູ​ໄນ​ໄດ້​ມີ​ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ເພື່ອ​ສະ​ຫຼອງວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ ໂດຍການ​ເປັນ​ເຈົ້າ​ພາບ​ຂອງ​ກະ​ຊວງການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ, ປະ​ເທດສະ​ມາ​ຊິກ​ອາ​ຊຽນ,ປະ​ເທດ​ຄູ່​ເຈ​ລະ​ຈາ​ແລະ​ອື່ນໆ​ຮ່ວມ​ກັນ​ຈັດ​ຂຶ້ນ ເພື່ອ​ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ສາດ​ແລະ​ສະ​ພາບ​ປັດ​ຈຸ​ບັນ​ຂອງ​ອາ​ຊຽນ,ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກັບ​ອາ​ຊຽນ ກໍ​ຄື​ວັດ​ທະ​ນະ​ທຳ,ຜະ​ລິດ​ຕະ​ພັນ​ພິ​ເສດແລະອາ​ຫານ​ພື້ນ​ເມືອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ບັນ​ດາ​ປະ​ເທດແລະ​ອື່ນໆ.

​ໃນ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ສະ​ເພາະ​ຂອງ​ຈີນ​ໂດຍ​ສູນ​ຈີນ-ອາ​ຊຽນ ແລະສະ​ຖານ​ທູດ​ຈີນ​ປະ​ຈຳ​ບ​ຣູ​ໄນ​ເປັນ​ເຈົ້າ​ພາບ. ງານ​ວາງ​ສະ​ແດງ​ຈີນ​ເນັ້ນ​ຫົວ​ຂໍ້​ວັດ​ທະ​ນະ​ທຳ​ສາຍ​ໄໝ ແລະ​ມີ​ສິ​ລະ​ປິນ​ຈີນ​ໄດ້​ສາ​ທິດ​ການ​ຖັກແສ່ວ​ທີ່​ປາ​ນີດ ເຊິ່ງ​ສາ​ມາດ​ດຶງ​ດູດ​ຜູ້​ຊົມ​ເຂົ້າ​ຊົມ​ເປັນ​ຈຳ​ນວນ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ