ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເ​ຊຍ​ຮຽກ​ຮ້ອງ​ໃຫ້​ອາ​ຊຽນ​ຮ່ວມ​ມື​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ກໍ່​ອາ​ຊະ​ຍາ​ກຳ​ການ​ຄ້າຢາ​ເສບ​ຕິດ
2017-08-14 11:33:41  cri 
ວັນ​ທີ 11 ສິງ​ຫາ​ນີ້ ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ການ​ກໍ່​ອ​າ​ຊະ​ຍາ​ກຳ​ຂ້າມ​ຊາດ​ລວມ​ທັງ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ຄ້າ​ຢາ​ເສບ​ຕິດ​ຜິດ​ກົດ​ໝາຍ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່ໃຫຍ່​ຫຼວງ​ທີ່​ອາ​ຊຽນ​ຜະ​ເຊີນ​ຮ່ວມ​ກັນ ​ແລະ​ຈາກ​ນີ້ ​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ ຮ່ວມ​ມືກັນ​ຮັບ​ມື​ຕໍ່​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ.

ທ່ານ ໂຈ​ໂຄ ວິ​ໂດ​ໂດ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ຂະ​ນະ​​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ໃນ​ມື້​ດັ່ງ​ກ່າວ. ນອກ​ນີ້ທ່ານ​​ຍັງ​ໄດ້ກ່າ​ວ​ວ່າ: ລັດ​ທິ​ກໍ່​ການ​ຮ້າຍ​ແມ່ນໄພ​ຂົ່ມ​ຂູ່​ທີ່​ແທ້​ຈິງ​ຂອງ​ອາ​ຊຽນ. ​ອາ​ຊຽນ​ຄວນ​ສະ​ດຸ້ງ​ໄວ​ໃນ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ,ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ປະ​ສານ​ງານກັນ​ຢ່າງ​ແໜ້ນ​ແຟ້ນ. ນອກ​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ແລ້ວ, ການ​ກໍ່​ອາ​ຊະ​ຍາ​ກຳ​ການ​ຄ້າ​ຢາ​ເສບ​ຕິດ​ກໍ​ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ໃໝ່​ຂອງ​ອາ​ຊຽນ. ເຊິ່ງ​ຊາວ​ໜຸ່ມ​ອາ​ຊຽນ​ບໍ່​ຄວນ​ເສຍ​ອະ​ນາ​ຄົດ​ຍ້ອນ​ຢາ​ເສບ​ຕິດ​ແລະ​ຈາກ​ນີ້​ບໍ່​ມີ​ທາງ​ອື່ນໃດເພື່ອ​ຫຼີກ​ເວັ້ນ​ໄພ​ຂົ່ມ​ຂູ່​ດ້ານ​ຢາ​ເສບ​ຕິດ​ທີ່​ມີ​ຕໍ່​ອາ​ຊຽນ ເຊິ່ງ​ມີ​ທາງ​ດຽວ​ຄື​ອາ​ຊຽນ​ຕ້ອງ​ຮ່ວມ​ມື​ປາບ​ປາມ​ເທົ່າ​ນັ້ນ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ເລ​ລຽງ​ມິງ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ,ທ່ານ ເຣັດ​ໂນ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ ອາ​ນີ​ຟາ ອາ​ມານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ແລະ​ທູ​ຕາ​ນຸ​ທູດ​ຂອງ​ປະ​ເທດ​ຕ່າງໆປະ​ຈຳ​ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ​ກໍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ