ສະ​ໜາມ​ບິນ​ສາ​ກົນ​ກົວ​ລາ​ລຳ​ເປີ​​ຈະ​ມີ​ບ່ອນ​ສອບ​ຖາມ​​ເປັນພາ​ສາ​ຈີນ​ແລ້ວ
2017-08-14 10:37:23  cri 
ທ່ານ​ຕັນ ຊ​ຣີ ບາ​ເຊີ ອາ​ມັດ ຫົວ​ໜ້າ​​ເຈົ້າ​ໜ້າ​ທີ່ບໍ​ລິ​ຫານງານ​ບໍ​ລິ​ສັດ​ສະ​ໜາມ​ບິນ​ມາ​ເລ​ເຊຍ​ຫຸ້ນ​ສ່ວນ​ຈຳ​ກັດ​ເປີດ​ເຜີຍ​ຢູ່​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 11 ສິງ​ຫາ​ນີ້​ວ່າ, ເພື່ອ​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ນັບ​ມື້ຫຼາຍ​ຂຶ້ນ, ສະ​ໜາມ​ບິນ​ສາ​ກົນ​ກົວ​ລາ​ລຳ​ເປີ 1 ແລະ​ 2 ປະ​ເທດ​ມາ​ເລ​ເຊຍ​ຈະ​ຈັດ​ໃຫ້​ມີ​ບ່ອນ​ສອບ​ຖາມ​​ເປັນພາ​ສາ​ຈີນ​ໃນຕົ້ນ​ເດືອນ​ໜ້າ.

ທ່ານ​ກ່າວ​ຕື່ມ​ວ່າ, ເຈົ້າ​ໜ້າ​ທີ່ບ່ອນ​ສອບ​ຖາມຈະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ເຊັນ​ວິ​ຊາ, ຈອງ​ໂຮງ​ແຮມ​ແລະ​ບັນ​ຫາ​ອື່ນໆ ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ ​ແລະ​ກ້າວ​ໄປ​ສູ່​ການບັນ​ລຸ​ເປົ້າ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວ​ມາ​ເລ​ເຊຍ​ໃຫ້​ໄດ້ 8 ລ້ານ​ຄົນ​ເມື່ອ​ຮອດ​ປີ 2020.

ຂ່າ​ວ​ແຈ້ງວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​ໃນ​ປີ 2016 ​ມີຫຼາຍກວ່າ 2 ລ້ານ 1 ແສນ​ເທື່ອ​ຄົນ ແລະ​ເພີ່ມ​ຂຶ້ນ 26% ທຽບ​ໃສ່ປີ 2015 ​ເຊິ່ງ​ນັບ​ວ່າ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ຂະ​ນະ​ທີ່ທ່ານ​ຮວງ​ຮຸ້ຍ​ຄ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​ເຄີຍ​ກ່າວ​ວ່າ, ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ກັບ​ມາ​ເລ​ເຊຍ​​ໃນ​ປີ 2017 ​ຕື່ມ​ອີກ ແລະ​​ຫວັງໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ດັ່ງ​ກ່າວຫຼາຍກວ່າ 3 ລ້ານ​ເທື່ອ​ຄົນ​ໃນ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ