ອາ​ຊຽນ​ແລະ​ຮົງ​ກົງ​ຈະ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ
2017-08-14 16:41:30  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ອຶງ​ກາ​ຊວນ ລັດ​ຖະ​ມົນ​ຕີ​ຜູ້​ທີ​ສອງກະ​ຊວງ​ການ​ຄ້າ​ສາ​ກົນ​ແລະ​ອຸດ​ສາ​ຫະ​ກຳ​ມາ​ເລ​ເຊຍ ເປີດ​ເຜີຍ​ວ່າ, ອາ​ຊຽນ​ແລະ​ຮົງ​ກົງ​ຈະ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີໃນ​ເດືອນ​ຕຸ​ລາ​ປີນີ້. ທັງ​ນີ້ ຕາມ​ແຜນ​ການ​ເດີມ ຈະ​ເຊັນ​ສັນ​ຍາໃນ​ທ້າຍ​ປີ​ຜ່ານ​ມາ, ແຕ່​ຕິດ​ຂັດ​ບັນ​ຫາ​ເຕັກ​ນິກ​ຈຳ​ນວນ​ໜຶ່ງ.

    ພະ​ແນກ​ການ​ຄ້າ​ແລະ​ການ​ພັ​ດ​ທະ​ນາ​ຮົງ​ກົງເປີດ​ເຜີຍ​ວ່າ, ອາ​ຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ສອງ ​ຖັດ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ ທັງ​ຍັງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ​ສີ່​ ໂດຍ​ເຫັນ​ໄດ້ໃນ​ປີ 2014, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ ​ບັນ​ລຸເຖິງ 824 ຕື້ 600 ລ້ານ​ໂດ​ລາ​ຮົງ​ກົງ; ໃນ​ນັ້ນ, ຮົງ​ກົງ​ສົ່ງ​ອອກ​ໄປ​ອາ​ຊຽນ​ບັນ​ລຸ 258 ຕື້ 600 ລ້ານ​ໂດ​ລາ​ຮົງ​ກົງ ​ໂດຍຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຕົ້ນ​ຕໍ​ປະ​ກອບ​ມີເຄື່ອງ​​ສື່​ສານແລະ​ອາ​ໄຫຼ່​ສື່​ສານ, ຕຼັງ​ຊິ​ສະ​ເຕີ, ຫຼອດ​ເອ​ເລັກ​ໂຕຼນິກ, ອຸ​ປະ​ກອນ​ຫ້ອງ​ການ, ຊິ້ນ​ສ່ວນ​​ຄອມ​ພິວ​ເຕີ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ