ຮອງ​ນາຍົກລັດຖະມົນຕີຈີນ​ເຂົ້າຮ່ວມ​ພິທີ​ລະນຶກ​ວັນ​ປະ​ກາດ​ເອກະລາດ​​ປາ​ກິ​ສຖານຄົບຮອບ 70 ປີ
2017-08-15 11:30:59  cri 

ພິທີລະນຶກ​ວັນ​ປະກາດ​ເອກະລາດປາກິສຖານ​ຄົບຮອບ 70 ປີ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງອິສລາມາ​ບັດ ປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 14 ສິງຫາ​ນີ້ ​ໂດຍ​ທ່ານ​ມຳນູນ ຮູ​ເຊ​ອິນ ປະທານາທິບໍດີ, ທ່ານ​ຊາ​ຮິດ ຄາ​ການ ອັບ​ບາ​ຊີ ນາຍົກລັດຖະມົນຕີ ​ແລະ ບຸກຄົນໃນ​ວົງ​ການ​ຕ່າງໆ​ຂອງ​ປະ​ເທດ​ດັ່ງກ່າວ​ ພ້ອມ​ດ້ວຍ​ທູຕານຸທູດ​ປະ​ເທດ​ຕ່າງໆປະຈຳປາ​ກິ​ສຖານ ​​ເກືອບ​ພັນ​ທ່ານ​ເຂົ້າຮ່ວມ.

ທ່ານ​ວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ໃນ​ໂອກາດ​ເຂົ້າຮ່ວມ​ພິທີ​ດັ່ງກ່າວ​ວ່າ: ຈີນ ​ແລະ ປາ​ກິ​ສຖານ​ເປັນ​ເພື່ອນ​ມິດ​ທີ່​ມີ​ສັດຈະ ​ແລະ ຊ່ວຍ​ເຫຼືອກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເຊິ່ງບໍ່​ພຽງເປັນ​ມິດ​ກັນ​​ພຽງ​ແຕ່ເຊັ່ນ​ຄົນ​ດຽວ​ເທົ່າ​ນັ້ນ ຫາກ​ຍັງ​ຈະ​ສືບ​ທອດ​ກັນ​ທຸກ​ເຊັ່ນ​ຄົນ​ອີກ​ດ້ວຍ. ບໍ່​ວ່າ​ສະພາບ​ແວດ​ລ້ອມ​ສາກົນ​ຈະ​ປ່ຽນ​ແປງ​ແນວ​ໃດ​ ​ແລະ ບໍ່​ວ່າ​ຈີນ​ຈະ​ພັດທະນາ​ແນວ​ໃດ​ກໍ​ຕາມ, ຈີນ​ກໍ​ຈະ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ທີ່​ດີ ​ແລະ ອ້າຍ​ນ້ອງ​ທີ່​ດີ​ຂອງ​ປາ​ກິ​ສຖານ.

ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງຍຸດ​ທະ​ສາດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ແລກປ່ຽນ​ດ້ານ​ວັດທະນະທຳກັບ​ປາ​ກິ​ສຖານ​ຢ່າງຮອບດ້ານ ​ເປີດ​ກວ້າງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ ​ແລະ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດ​ສາມັກຄີ​ຮັກ​ແພງ​ກັນ​ຢ່າງ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ