ເລຂາທິການ​ໃຫຍ່​ UN ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ຜູ້​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພຢູ່​ເຊຣາລີ​​ໂອນ
2017-08-15 15:51:28  cri 

ວັນ​ທີ 14 ສິງຫາ​ນີ້, ທ່ານ​ອັນ​ໂດ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ຫຼື ​ UN ໄດ້ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ຜູ້​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພ ​ແລະ ນ້ຳ​ພູ​ໄຫຼຊຸ​ທັ່ງ​ເຮັດ​ໃຫ້​ດິນ​ເຈື່ອນ.

ທ່ານ​ຟາ​ຮັນ ຮັກ ຮອງ​ໂຄສົກ​​ເລຂາ​ທິການ​ໃຫຍ່​ UN ​ໄດ້​ກ່າວ​ຫຼັງມີ​ການ​ຖະ​ແຫຼງການ​ວ່າ: ທ່ານ​ກູ​ເຕີ​ເຣັສ ​ໄດ້ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ເ​ຊຣາລີ​ໂອນ ​ທີ່ປະສົບ​ຄວາມ​ເສຍ​ຫາຍ​ທັງ​ຊີວິດ​ແລະ​ຊັບ​ສິນ​ຈາກ​ໄພພິບັດ​ເທື່ອ​ນີ້. ຂະນະ​ດຽວ​ກັນ, ທ່ານ​ຍັງ​ຢ້ຳຄືນ​ວ່າ UN ຈະ​ສຸມ​ກຳລັງ​ສະໜັບສະໜູນ​​ການກູ້​ໄພຊ່ວຍລັດຖະບານ​ແລະ​ປະຊາຊົນ​ເຊຣາລີ​​ໂອນ.

ຂ່າວ​ລາຍ​ງານ​ວ່າ: ຕອນ​ຮຸ່ງ​ເຊົ້າວັນ​ທີ 14 ສິງຫາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ນະຄອນຫຼວງຟຣີທາວ ພ້ອມ​ດ້ວຍ​ເຂດ​ອ້ອມ​ຂ້າງ ປະ​ເທດ​ເຊຣາລີ​ໂອນ ​ໄດ້​ເກີດ​ອຸ​ທົກ​ກະ​ໄພ ​ແລະ​ນ້ຳ​ພູ​ໄຫຼຊຸ​ທັ່ງ​ເຮັດ​ໃຫ້​ດິນ​ເຈື່ອນ ​ເນື່ອງ​ຈາກ​ຝົນຕົກ​ໜັກ ສົ່ງ​ຜົນ​ເຮັດ​ໃຫ້​ເຮືອນ​ຈຳນວນຫຼາຍຖືກ​ທຳລາຍ ​ແລະປັດຈຸບັນ, ມີຜູ້​ເສຍ​ຊີວິດ​ແລ້ວ 300 ກວ່າ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ