ອິນ​ໂດ​ເນ​ເຊຍ​ແນະ​ນຳ​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຈີນ "ຈີນຍິນ​ດີ​ຕ້ອນ​ຮັບ​ພວກ​ເຈົ້າ"
2017-08-15 10:27:56  cri 
ວັນ​ທີ 13 ສິງ​ຫາ​ນີ້, ຢູ່​ເຂດ​ເໜືອ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ງານ​ແນະ​ນຳ​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຈີນ​ດ້ວຍ​ຫົວ​ຂໍ້ "ຈີນ​ຍິນ​ດີຕ້ອນ​ຮັບ​ພວກ​ເຈົ້າ" ໂດຍ​ມີນັກ​ສຶກ​ສາ 200 ກວ່າ​ຄົນ​ພ້ອມ​ຜູ້​ປົກ​ຄອງຂອງ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ.

ງານ​ແນະ​ນຳ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ນັກ​ສຶກ​ສາ​ສາ​ມາດ​ເຫັນ​ໄດ້ຄວາມ​ແຕກ​ຕ່າງ​ໃນ​ການ​ສຶກ​ສາ​ຮ່ຳ​ຮຽນແລະ​ດຳ​ລົງ​ຊີ​ວິດ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ຢ່າງ​ລະ​ອຽດ​ແລະ​ຖືກ​ຕ້ອງກວ່າ​ເກົ່າ. ຂະ​ນະ​ດຽວ​ກັນ​ກໍ​ເຮັດ​ໃຫ້ບັນ​ດາ​ນັກ​ສຶກ​ສາ​ສາ​ມາດ​ເຂົ້າ​ໃຈ​ຢ່າງ​ຮອບ​ດ້ານ​ຕໍ່​ບັນ​ຫາ​ຕ່າງໆ​ທີ່​ຕົນ​ຈະ​ຜະ​ເຊີນກໍ​ຄື​ວິ​ທີ​ແກ້​ໄຂ. ບັນ​ດາ​ນັກ​ສຶກ​ສາ​​ຢືນ​ຢັນ​ວ່າກຽມ​ພ້ອມ​ຢ່າງ​ເຕັມ​ສ່ວນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາ​ຍ​ຕ່າງໆ​ທີ່​ຈະ​ຜະ​ເຊີນ​, ພ້ອມ​ກັນ​ນັ້ນ​ກໍ​ຫວັງ​ວ່າ​ຈະ​ສາ​ມາດ​ຊອກ​ຫາ​ເປົ້າ​ໝາຍ​ໃນ​ຊີ​ວິດ​ຈາກ​ການ​ສຸ​ມ​ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ແລະ​ຕ້ອນ​ຮັບ​ຄວາມ​ຫວັງ​ຂອງ​ຕົນ​ບົນ​ເສັ້ນ​ທາງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ