ຄ້າຍກອງ​ທະ​ຫານ​ຮັກ​ສ​າ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ມາ​​ລີ​ຖື​ກ​ຜູ້​ກໍ່​ການ​ຮ້າຍ​ໂຈມ​ຕີ
2017-08-15 11:18:24  cri 
ວັນ​ທີ 14 ສິງ​ຫາ​ນີ້, ຄ້າຍ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ແຫ່ງ​ໜຶ່ງຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ມາ​ລີ​ທີ່​ຕັ້ງຢູ່​ພາກ​ເໜືອ​ປະ​ເທດ​ດັ່ງ​ກ່າວໄດ້​ຖືກ​ຜູ້​ກໍ່​ການ​ຮ້າຍ​ໂຈມ​ຕີ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 9 ຄົນ​ເສຍ​ຊີ​ວິດ.

ເຈົ້າ​ໜ້າ​ທີ່ທະ​ຫານ​ມາ​ລີ​ທີ່​ປະ​ຈຳ​ຢູ່​ຕິມ​ບຸກ​ຕູ ພາກ​ເໜືອ​ປະ​ເທດ​ມາ​ລີໃຫ້​ຮູ້​ວ່າ: ຕອນ​ບ່າຍ​ມື້​ດັ່ງ​ກ່າວ, ຄ້າຍກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ​ໄດ້​ຖືກຜູ້​ກໍ່​ການ​ຮ້າຍ​ໂຈມ​ຕີ, ຂະ​ນະ​ທີ່ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ກອງ​ທະ​ຫານ​ມາ​ລີ​ທີ່​ປະ​ຈຳຢູ່ນອກ​ຄ້າຍດັ່ງ​ກ່າວໄດ້​ຮ່ວມ​ກັນ​ສູ້​ຮົບ ໂດຍ​ການ​ໂຈມ​​ຕີ​ຄືນ​ຜູ້​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້​ຢ່າງວ່ອງ​ໄວ ແລະ​ໃນ​ໄລ​ຍະ​ຕໍ່​ສູ້, ຜູ້​ກໍ່​ການ​ຮ້າຍ 4 ຄົນໄດ້​ຖືກ​ຍິງ​ເສຍ​ຊີ​ວິດ,ສາ​ລະ​ວັດ​ທະ​ຫານ​ມາ​ລີ 1 ຄົນ​ແລະ​ຜູ້​ປ້ອງ​ກັນ​ຄວາມ​ສະ​ຫງົບ 4 ຄົນ​ຂອງ​ບໍ​ລິ​ສັດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເອ​ກະ​ຊົນ​ແຫ່ງ​ໜຶ່ງ​ຖືກ​ຍິງເສຍ​ຊີ​ວິດ.

ຂ່າວ​ແຈ້ງວ່າ: ໃນ​ມື້​ດັ່ງ​ກ່າວ, ​ຄ້າຍກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອີກ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ເຂດມອບ​ຕີ​ທາງ​ພາກ​ກາງ​ມາ​ລີ​ກໍ​ໄດ້​ຖືກ​ຜູ້​ກໍ່​ການ​ຮ້າຍ​ໂຈມຕີ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ