ປີ​ຜ່ານ​ມາ​ອິນ​ໂດ​ເນ​ເຊຍ​ບັນ​ລຸຍອດ​ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ເຖິງ 5 ຕື້ 600 ລ້ານ​ໂດ​ລາ
2017-08-15 16:39:15  cri 
ໜັງ​ສື​ພິມ​ຈາ​ກາ​ຕາ​ພົ​ສ​ລາຍ​ງານ​​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ, ທ່ານ​ອາ​ກຸ​ສ ມາ​ໂທວະ​ໂດໂຈ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ຫວ່າງ​ມໍ່ໆ​ນີ້​ວ່າ, ປີ 2016, ຍອດ​ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ປະ​ເທດ​ຕົນ​ໄດ້​ບັນ​ລຸ​ເຖິງ 5 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​​ເຖິງກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ການ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ປະ​ເທດ​ຕົນ​ໃນ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ປັດ​ຈຸ​ບັນ​​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ມີຜູ້​ໃຊ້​ອິນ​ເຕີ​ເນັດ 27 ລ້ານ 4 ແສນ 7 ໝື່ນ​ຄົນ, ຜູ້​ໃຊ້​ໂທ​ລະ​ສັບ​ມື​ຖື​ຍິ່ງ​ມີ​ຫຼາຍ, ​ເຖິງວ່າການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ຈະ​ເຕີບ​ໂຕ 78% ຕໍ່​ປີ​ກໍ​ຕາມ, ແຕ່​ອິນ​ໂດ​ເນ​ເຊຍ​ຄວນດ້ານ​​ບໍ​ລິ​ການ​ອິນ​ເຕີ​ເນັດ​ແລະ​ຍົກ​ສູງ​ອັດ​ຕາການ​ນຳ​ໃຊ້​ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ. ທ່ານ​ອາ​ກຸ​ສ​ເຊື່ອ​ວ່າ​ອິນ​ເຕີ​ເນັດ​ສາ​ມາດ​ຍົກ​ສູງ​​ປະ​ສິດ​ທິພາບແລະ​ມູນ​ຄ່າ​ການ​ຜະ​ລິດ​ດ້ານ​ເສດ​ຖະ​ກິດ​ໃຫ້​ສູງ​ຂຶ້ນ, ຖ້າ​ວ່າ​ສາ​ມາດ​ກຳ​ໂອ​ກາດ​ຈາກ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃຫ້​ດີ, ​ອັດ​ຕາເສດ​ຖະ​ກິດ​​ເຕີບ​ໂຕຂອງ​ປະ​ເທດ​ຕົນ​ຈະ​ສາ​ມາດ​ຍົກ​ຂຶ້ນ​ເປັນ 7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ