ນາ​ຍົກ​ມາ​ເລ​ເຊຍ​ຢືນ​ຢັນ: ອາ​ຊຽນ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ
2017-08-15 17:05:39  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ມາ​ເລ​ເຊຍ​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຫຼວງ​ກົວລາ​ລຳ​ເປີ​ໃນ​ວັນ​ທີ 14 ສິງ​ຫາ​ນີ້, ທ່ານ​ນາ​ຈິບ ​ຕຸນ ​ຣະ​ຊັກ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ, ​ຜົນ​ສຳ​ເລັດ​ໃນການ​ສ້າງ​ຕັ້ງ​ອາ​ຊຽນ​, ເຮັດ​ໃຫ້​ພາກ​ພື້ນ​ອາ​ຊຽນ​ມີ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ແລະສະ​ຖຽນ​ລະ​ພາບ.

ທ່ານ​ນາ​ຈິບ​ຊີ້​ໃຫ້​ເຫັນ​ວ່າ, ອາ​ຊຽນ​ໄດ້​ຮັກ​ສາ​ນ້ຳ​ໃຈ​ມິດ​ຕະ​ພາບ​ຕະ​ຫຼອດ​ມາ, ແລະ​ຕັດ​ສິນ​ບັນ​ຫາ​ດ້ວຍ​ການ​ປຶກ​ສາ​ຫາ​ລື​​ແລະເປັນ​ເອ​ກະ​ພາບ​ກັນ, ​ທັງຮັບ​ຮອງ​ສິດ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຕ່າງໆ, ແລະ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ປະ​ເທດ​ຕົນ​ເນັ້ນ​ຄວາມ​ປາດ​ຖະ​ໜາ​​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ຖື​ຄົນ​ເປັນ​ກົກ, ຖື​ຄວາມ​ສຸກຂອງ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຕະ​ຫຼອດ​ມາ, ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ຊຽນ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ປະ​ຊາ​ຄົມ, ຂະ​ນະ​ດຽວ​ກັນ​ກໍໄດ້​ຮັບ​​ຜົນ​ປະ​ໂຫຍດ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ​ກັນ​ຂອງ​ອາ​ຊຽນ.

​ສະ​ຖິ​ຕິ​ສະໄດ້​ແດງ​ໃຫ້​ເຫັນ​ວ່າ, GDP ຂອງ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 2600 ຕື້​ໂດ​ລາ, ແມ່ນ​ກຸ່ມ​ເສດ​ຖະ​ກິດ​ອັນ​ດັບ​ທີ 6 ໃນ​ໂລກ, ​ແລະຄາດ​ວ່າ​ຮອດ​ປີ 2050 ຈະ​ກາຍ​ເປັນ​ກຸ່ມ​ເສດ​ຖະ​ເກິດ​ອັນ​ດັບ​ທີ 4 ໃນ​ໂລກ. ທ່ານ​ນາ​ຈິບ​ຊີ້​ວ່າ, ປັດ​ຈຸ​ບັນ​, ອາ​ຊຽນ​ແມ່ນ​ກຳ​ລັງ​ສຳ​ຄັນ​ທີ່​ຊຸກ​ຍູ້ການ​ເມືອງ, ຄວາມ​​ໝັ້ນ​ຄົງ​ແລະ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ