ຈີນ​ທວງ​ໃຫ້​ສ.ເກົາຫຼີ​ຢຸດ​ຕິ​ການ​ຕິດ​ຕັ້ງ​ລະ​ບົບ "ທັດ"
2017-08-15 16:18:37  cri 
    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 14 ສິງ​ຫານີ້​ວ່າ, ຈີນ​ທວງ​ໃຫ້​ສ.ເກົາຫຼີ​ປະ​ຕິ​ບັດ​ຕາມ​ຄວາມ​ເອົາ​ໃຈ​ໃສ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ຖືກ​ຕ້ອງ ແລະ​ຢຸດ​ຕິ​ການ​ຕິດ​ຕັ້ງ​ລະ​ບົບ "ທັດ".

    ໃນ​ງານ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ມີ​ນັກ​ຂ່າວ​ຖາມ​ວ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ​ສ.ເກົາຫຼີ​ກ່າວ​ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນ​ມື້​ດຽວ​ກັນ​ວ່າ, ເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ, ຈະ​ພະ​ຍາ​ຍາມ​​ຂຸ້ນຂ້ຽວ​ຕິດ​ຕັ້ງ​ລະ​ບົບ "ທັດ" ຢ່າງ​ສຸດ​ຂີດ. ຈີນ​ມີຄຳ​ເຫັນ​ແນວ​ໃດ​ຕໍ່​ເລື່ອງນີ້?

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກວ່າ​ວ່າ, ລະ​ບົບ "ທັດ" ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຄວາມ​ເອົາ​ໃຈ​ໃສ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສ.ເກົາຫຼີ​ໄດ້, ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ ແລະ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຍຸດ​ທະ​ສາດ​ຂອງ​ຈີນ​ແລະ​ປະ​ເທດ​ອື່ນໆ​ຢ່າງ​ໜັກ​ໜ່ວງ. ​ຈາກນີ້ ຈີນ​ທວງ​ໃຫ້​ສ.ເກົາຫຼີ​​ປະ​ຕິ​ບັດຕາມ​ຄວາມ​ເອົາ​ໃຈ​ໃສ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ຖື​ກ​ຕ້ອງ ແລະ​ຢຸດ​ຕິ​ການ​ຕິດ​ຕັ້ງ​ລະ​ບົບ "ທັດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ