ໄພ​ນ້ຳ​ຖ້ວມ​ຢູ່ໄທ​ເຮັດ​ໃຫ້ 32 ຄົນ​ເສຍ​ຊີ​ວິດ
2017-08-15 16:21:15  cri 
    ກະ​ຊວງ​ພາຍ​ໃນ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 14 ສິງ​ຫານີ້​ວ່າ, ນັບ​ແຕ່​ຕົ້ນ​ເດືອນ​ກໍ​ລະ​ກົດ​​ເຖິງປັດ​ຈຸ​ບັນ, ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ແລະ​ພາກ​ເໜືອ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງ​ຮຸນ​ແຮງ ສົ່ງ​ຜົນ​ສະ​ທ້ອນ​ຕໍ່ 44 ແຂວງ ແລະ​ມີ 32 ຄົນ​ເສຍ​ຊີ​ວິດ.

    ທ່ານ ຊາດ​ຊາຍ​ ປົມ​ເລີດ ຫົວ​ໜ້າ​ກົມ​ປ້ອງ​ກັນ​ແລະຫຼຸດ​ໄພ​ກະ​ຊວງ​ພາຍ​ໃນ​ໄທ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້ ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ປະ​ຊາ​ຊົນ 1 ລ້ານ 8 ແສນ 5 ໝື່ນ​ຄົນ, ເຮືອນ​ຊານ 4129 ຫຼັງ, ສັດ​ລ້ຽງ​ເກືອບ 8 ແສນ​ໂຕ ແລະເນື້ອ​ທີ່​ການ​ຜະ​ລິດ 6 ແສນກວ່າ​ເຮັກ​ຕາ. ໃນ​ນັ້ນ, ແຂວງ​ສະ​ກົນ​ນະ​ຄອນ ປະ​ສົບ​ໄພ​ຮ້າຍ​ແຮງ​ທີ່​ສຸດ ໂດຍ​ມີ 11 ຄົນ​ເສຍ​ຊີ​ວິດ ແລະ​ມີ​ເນື້ອ​ທີ່​ການ​ຜະ​ລິດຫຼາຍກວ່າ 1 ແສນເຮັກ​ຕາ​ເສຍ​ຫາຍ.

    ປັດ​ຈຸ​ບັນ, ໄພນ້ຳ​ຖ້ວມ​ຢູ່​ເຂດ​ສ່ວນ​ໃຫຍ່​ໄດ້ຫຼຸດ​ຜ່ອນ​ລົງ​ແລ້ວ, ແຕ່ຍັງ​ສືບ​ຕໍ່​ຢູ່ 8 ແຂວງ ໂດຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ແລະ​ກອງ​ທັບ​ໄທ​ພວມ​ອອກ​ແຮງ​ຊ່ວຍ​ເຫຼືອ​​ຜູ້​ປະ​ສົບ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ