ຈີນ​ມອບ​ທຶນ​ການ​ສຶກ​ສາ​​ໃຫ້ແກ່​ກຳ​ປູ​ເຈຍ​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ໃນ​ສົກ​ຮຽນ​ປີ 2017-2018
2017-08-15 16:23:00  cri 
    ຕາມ​ຂ່າວ​ສານ​ຈີນ: ພິ​ທີ​ມອບ​ໃບ​ຢັ້ງ​ຢືນ​ຮັບນັກ​ສຶກ​ສາ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ລັດ​ຖະ​ບານ​ຈີນ​ໃນສົກ​ຮຽນ​ປີ 2017-2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 14 ສິງ​ຫານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ຊົງ​ໂປ່ ເອກ​ອັກ​ຄະ​ລັດ​ຊະ​ທູດ​ຈີນ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ກ່າວ​ວ່າ, "ຍຸດ​ທະ​ສາດ 4 ແຈ" ແຫ່ງ​ການ​ພັດ​ທະ​ນາ​ຊາດ​ກຳ​ປູ​ເຈຍ ໄດ້​ຖື​ເອົາ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເປັນ​ໜຶ່ງ​ໃນ​ເສົາ​ຄ້ຳ​ທີ່​ສຳ​ຄັນ, ສ່ວນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແມ່ນ​ຂົງ​ເຂດທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍ ເຊິ່ງ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕະຫຼອດ​ມາ. ແນວ​ໃດ​ກໍ​ດີ, ຫວັງ​ວ່າ ນັກ​ສຶກ​ສາ​ກຳ​ປູ​ເຈຍ​ທີ່​ຮຽນ​ຢູ່​ຈີນ ຈະ​ສາ​ມາດ​ຊອກ​ຮູ້​ປະ​ຫວັດ​ສາດ​ວັດ​ທະ​ນະທຳ​ໄດ້​ຢ່າງເລິກ​ເຊິ່ງ​ແລະ​ການ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ໃນ​ປັດ​ຈຸ​ບັນ​ຂອງ​ຈີນ ໃນ​ຂະ​ນະ​ທີ່​ຮຽນ​ຮູ້​​ວິ​ຊາ​ສະ​ເພາະ ແລະ​ກາຍ​ເປັນ​ຂົວ​ຕໍ່​ໃນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕິດ​ຕໍ່​ພົວ​ພັນ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

    ທ່ານ ຮາງ​ຊູນ​ນາ​ຣົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ, ຊາວ​ໜຸ່ມ​ແລະ​ກິ​ລາ​ກຳ​ປູ​ເຈຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລັດ​ຖະ​ບານ​ຈີນ​ທີ່ມອບ​ທຶນ​ການ​ສຶກ​ສາ​​ໃຫ້ແກ່​ນັກ​ສຶກ​ສາ​ປະ​ເທດ​ຕົນ ແລະ​ໄດ້​ຊ່ວຍ​ລັດ​ຖະ​ບານ​ປະ​ເທດ​ຕົນ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແຕ່​ປີ 2015-2025 ຢ່າງ​ມີ​ປະ​ສິດ​ທິ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ