ເມືອງ​ໜານ​ກິ່ງ​ໂຮມຊຸມນຸມ​ສັນຕິພາບ​ສາກົນລະນຶກ​ວັນ​ຄົບຮອບ 72 ປີ​ແຫ່ງ​ໄຊຊະນະ​ຂອງສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​
2017-08-16 11:20:15  cri 

ວັນ​ທີ 15 ສິງຫາ​ນີ້, ຜູ້​ແທນ​ຈີນ, ຍີ່ປຸ່ນ, ປາ​ກິ​ສຖານ, ບັງ​ກລາ​ເດັດ, ຊອກ​ດາ​ນີ, ອິນ​ເດຍ ​ແລະ​ປະ​ເທດ​ອື່ນໆຫຼາຍສິບ​ທ່ານ ​ໄດ້​ເຂົ້າຮ່ວມພິທີ​ໂຮມຊຸມນຸມ​ສັນຕິພາບ​ສາກົນ​ທີ່​ຈັດ​ຂຶ້ນຢູ່​ຫໍ​ລະນຶກ​ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ​ທີ່​ກອງທັບ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ກໍ່​ຂຶ້ນ ​ໂດຍບັນດາ​ຜູ້​ແທນ​ໄດ້​ຮ່ວມ​ກັນປະຕິຍານ ​ແລະ ອະທິຖານ​​ໃຫ້​ມີສັນຕິພາບ​ຕະຫຼອດ​ໄປ.

​ໃນ​ວັນ​ດັ່ງກ່າວ, ຄະນະ​ຜູ້​ແທນ​ຍີ່ປຸ່ນ​ທີ່​ມາ​ຢ້ຽມຢາມ​ເມືອງ​ໜານ​ກິ່ງ​ແມ່ນ​ຄະນະ​ຢ້ຽມຢາມ​ຈີນ​ຄັ້ງທີ 21 ຂອງ​ສະມາຄົມ​ຍີ່ປຸ່ນເຊື່ອມ​ສານ​ຈິດ​ໃຈ​ຮັກ​ແພງ​ໂກ​ເບ-ໜານ​ກິ່ງ​ ​ໂດຍ​ໃນ​ພິທີຊຸມນຸມ​ດັ່ງກ່າວ, ຄະນະ​​ດັ່ງກ່າວ​ໄດ້ວາງ​ພວງມາ​ລາ​ແລະ​ກົ້ມຫົວ​ໄວ້ອາ​ໄລ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​​ຮ້າຍໃນ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ. ຂະນະ​ທີ່​ທ່ານ​ຮີ​ດະ ຢູອີ​ຊິ ທີ່​ໄດ້​​ເຂົ້າຮ່ວມ​ພິທີ​ໂຮມຊຸມນຸມ​ສັນຕິພາບ​ດັ່ງກ່າວມາ​ເປັນ​ເວລາ 21 ປີ​ຕິດ​ຕໍ່​ກັນນັ້ນ ກ່າວ​ວ່າ: ຮູ້ສຶກ​ເສຍ​ໃຈ​ທີ່​ເຫັນ​ສັງຄົມ​ປະ​ເທດ​ຕົນ​ຍັງ​ມີ​ຄົນ​ຈຳນວນຫຼາຍ​ປະຕິ​ເສດອາ​ຊະ​ຍາ​ກຳ​ຮຸກ​ຮານ​ຕ່າງໆ ລວມທັງ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ ​ແລະ ອາຊະ​ຍາ​ກຳ​ຕ່າງໆ​ຂອງກອງ​ກຳລັງ 731.

ທ້າວຣາກີ​ບຸນ ຮາ​ຊັນ ນັກ​ສຶກສາ​ບັງ​ກລາ​ເດັດ​ທີ່​ມາ​ສຶກສາ​ຕໍ່​ຢູ່​ມະຫາວິທະຍາ​ໄລ​ການບິນ​ແລະ​ການບິນ​ອະວະກາດ​ໜານ​ກິ່ງ ​ໄດ້​ຍົກ​ເຈ້ຍ​ໃບ​ໜຶ່ງທີ່​ຂຽນ​ວ່າ "please say sorry" ​​ແລະ​ກ່າວ​ໂດຍຫວັງ​ວ່າຈະ​ມີຄົນ​ຍີ່ປຸ່ນ​​ໄດ້​ເຫັນ​ປະ​ໂຫຍ​ກນີ້ຫຼາຍກວ່າ​ເກົ່າ ​ແລະກ່າວຂໍ​ໂທດປະຊາຊົນ​ຈີນ​ໂດຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ