ຖ້າອາ​ເມ​ລິ​ກາ​ຂວ້ຳ​ບາດ​ອີກ ອີຣານອາດ​ຈະ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄລຍ
2017-08-16 11:22:53  cri 

ທ່ານ​ຮາ​ຊັນ ຣູຮາ​ນີ ປະທານາທິບໍດີ​ອີຣານ ​ໄດ້​ປາ​ໄສ​ຢູ່​ນະຄອນຫຼວງ​ເຕ​ເຮ​ລານ ​ໃນ​ວັນ​ທີ 15 ສິງຫາ​ນີ້​ ​ໂດຍ​ກ່າວດ້ວຍ​ທາງ​ອ້ອມ​ວ່າ: ຖ້າອາ​ເມ​ລິ​ກາ​ສືບ​ຕໍ່​ໃຊ້​ມາດ​ຕະການ​ຂວ້ຳ​ບາດ​, ​ປະ​ເທດ​ຕົນກໍ​ອາດ​ຈະ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄລຍອີຣານຮອບດ້ານ.

​ເດືອນ​ກໍລະກົດ​ປີ 2015, ອີຣານ ​ແລະ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍອີຣານ ຄື ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ ​ໄດ້​ບັນລຸ​ການ​ເຊັນ​ສັນຍາ​ນິວ​ເຄລຍອີຣານຮອບດ້ານ ​ແລະ​ການ​ຂວ້ຳ​ບາດ​ອີຣານຈາກ​ສາກົນ​ກໍ​ຖືກ​ຍົກ​ເລີກ. ​​ແນວ​ໃດ​ກໍ​ດີ, ​ນັບ​ແຕ່​ປີ​ນີ້​ເປັນຕົ້ນມາ, ອາ​ເມ​ລິ​ກາ​ໄດ້​ອ້າງ​ວ່າ​ອີຣານພັດທະນາ​ຂີ​ປະ​ນາ​ວຸດ ຈຶ່ງ​ໄດ້​ໃຊ້​ຫຼາຍມາດ​ຕະການ​ຂວ້ຳ​ບາດ​ອີກ ​ໂດຍ​ສະ​ເພາະຫຼັງອີຣານ​ເຊັນ​ສັນຍາ​ນິວ​ເຄລຍ​ແລ້ວ, ອາ​ເມ​ລິ​ກາ​ກໍ​ບໍ່​ໄດ້​ຍົກ​ເລີກ​ການ​ຂວ້ຳ​ບາດ​ການ​ເງິນ​ ສົ່ງ​ຜົນ​ເຮັດ​ໃຫ້​ບໍລິສັດ​ຕາ​ເວັນ​ຕົກ​ບໍ່​ກ້າ​ໄປ​ລົງທຶນ​ຢູ່​ປະ​ເທດ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ສັນຍາ​ນິວ​ເຄລຍອີຣານທີ່ມີ​ຜົນ​ທາງ​ບວກ​​ໄດ້ຫຼຸດໜ້ອຍ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ