ຈີນ​ກາຍ​ເປັນ​​ເຈົ້າໜີ້​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ອີກຫຼັງຊື້​ໜີ້​​ເພີ່ມ 5 ​ເດືອນ​ຕິດ​ຕໍ່​ກັນ
2017-08-16 11:24:54  cri 

ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 15 ສິງຫາ​ນີ້​ວ່າ: ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ເຈົ້າໜີ້​ໃຫຍ່ອັນດັບ​ໜຶ່ງຂອງປະ​ເທດ​ຕົນອີກ​ໃນ​ເດືອນ​ມິຖຸນາ​ປີ​ນີ້ ຫຼັງຊື້​ໜີ້​ປະ​ເທດ​ຕົນ​ເພີ່ມ 5 ​ເດືອນ​ຕິດ​ຕໍ່​ກັນ.

​ໃນ​ວັນ​ດັ່ງກ່າວ, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ທຶນ​ໝູນວຽນ​ສາກົນ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຮອດ​ເດືອນ​ມິຖຸນາ​ຜ່ານ​ມາ, ຈີນ​ຊື້​ໜີ້​ສິນ​ປະ​ເທດ​ຕົນ 1.146 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 44 ຕື້ 300 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ທຽບ​ໃສ່​ເດືອນ​ພຶດສະພາ​ປີ​ດຽວ​ກັນ ​ແລະ ນັບ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນຕົ້ນມາ, ຈີນ​ໄດ້​ຊື້ໜີ້​ສິນ​ອາ​ເມ​ລິ​ກາ​ເພີ່ມ 5 ​ເດືອນ​ຕິດ​ຕໍ່​ກັນ ​ເຊິ່ງ​ລວມ​ແລ້ວ​ໄດ້​ຊື້​ເພີ່ມ 95 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ.

ບົດ​ລາຍ​ງານ​ດັ່ງກ່າວ​ລະບຸ​ຕື່ມ​ວ່າ ​ແຕ່​ກ່ອນ​ຍີ່ປຸ່ນ​ເປັນ​ປະ​ເທດ​ເຈົ້າໜີ້​​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ, ​ແຕ່​ໃນ​ເດືອນ​ມິຖຸນາ​ໄດ້ຫຼຸດໜີ້​ສິນ​ອາ​ເມ​ລິ​ກາ​​ລົງອີກ 20 ຕື້ 500 ລ້ານ​​ໂດ​ລາ​ສະຫະລັດ ​ໂດຍ​​ເຫຼືອ 1.090 ຕື້ 800 ລ້ານ​​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ