ອິນ​ໂດ​ເນ​ເຊຍ​ຈະ​ຮ່ວມ​ກັບ​ສະມາຄົມ​ການ​ຄ້າເອ​ເລັກ​ໂຕຣນິກ​ເກັບ​ກຳ​ຕົວ​ເລກ​ຂະ​ແໜງການ​ຄ້າ​ເອ​ເລັກ​ໂຕຣນິກ
2017-08-16 16:25:04  cri 

ໜຶງສື​ພິມ "ຈາ​ກາ​ຕາ​ພົສທ໌" ສະບັບ​ວັນ​ທີ 15 ສິງຫາ​ນີ້ຂອງ​ອິນ​ໂດ​ເນ​ເຊຍ ລາຍ​ງານ​ວ່າ: ອົງການ​ສ​ະຖິຕິ​ສູນ​ກາງ​​ຈະ​ຮ່ວມ​ກັບສະມາຄົມ​ການ​ຄ້າ​ເອ​ເລັກ​ໂຕຣນິກປະ​ເທດ​ຕົນ​ຄົ້ນຄວ້າ​ການເກັບ​ກຳຕົວ​ເລກ​ຂໍ້​ມູນ​ຂະ​ແໜງ​ການ​ຄ້າເອ​ເລັກ​ໂຕຣນິກ.

ທ່ານ​ຊູ​ຢາ​ມິນ ຫົວໜ້າ​ອົງການ​ສະຖິຕິ​ສູນ​ກາງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ຄຽງ​ຄູ່​ກັບ​ການ​ພັດທະນາ​ການຂາຍຍ່ອຍ​ອອນ​ລາຍ, ອົງການ​ຕົນ​ໄດ້​ເລີ່​ມຄົ້ນຄວ້າ​ສະພາບ​ການ​ປ່ຽນ​ແປງ​ຂອງ​ຮູບ​ແບບ​ການ​ບໍລິ​ໂພ​ກຂອງ​ປະຊາຊົນ, ​ແຕ່​ການ​ເກັບ​ກຳ​ຕົວ​ເລກ​ດັ່ງກ່າວ​ເປັນ​ເລື່ອງ​ຍາກ ​ແລະ​ສະມາຄົມ​ການ​ຄ້າ​​ເອ​ເລັກ​ໂຕຣນິກ ກໍ​ບໍ່​ມີ​ຕົວ​ເລກ​ຂໍ້​ມູນ​ທີ່​ກ່ຽວຂ້ອງ. ສະນັ້ນ, ອົງການ​ຕົນ​ຈະ​ຮ່ວມ​ກັບ​ສະມາຄົມ​ດັ່ງກ່າວ​ສຶກສາ​ຄົ້ນຄວ້າ​ຊ່ອງ​ທາງ ​ແລະ ວິທີ​ຕ່າງໆ​ເພື່ອ​ສາມາດ​ເກັບ​ກຳ​ຕົວ​ເລກ​ດັ່ງກ່າວ.

ປັດຈຸບັນ, ສະມາຄົມ​ການ​ຄ້າ​ເອ​ເລັກ​ໂຕຣນິກອິນ​ໂດ​ເນ​ເຊຍ​ມີ​ 287 ສະມາຊິກ ລວມທັງ​ເວັບ​ໄຊຂອງຫຼາຍບໍລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕຣນິກຂະ​ໜາດ​ໃຫຍ່, ຂະນະ​ທີ່​ຮູບ​ແບບ​ຈຳໜ່າຍສິນຄ້າ​ທາງ​ເວັບ​ໄຊບໍລິສັດ​ການ​ຄ້າ​ເອ​ເລັກ​ໂຕຣນິກຖືກ​ເອີ້ນ​ວ່າ "ການ​ຄ້າ​ເອ​ເລັກ​ໂຕຣນິກ​ເປັນ​ທາງ​ການ" ​ແລະ ຈຳໜ່າຍ​ສິນຄ້າ​ຜ່ານ​ສື່​ສັງຄົມ​ອອນ​ລາຍກໍຖືກ​ເອີ້ນ​ວ່າ "ການ​ຄ້າ​ເອ​ເລັກ​ໂຕຣນິກບໍ່​ເປັນ​ທາງ​ການ" ສຳລັບ​ສອງ​ຮູບ​ແບບ​ດັ່ງກ່າວນີ້, ການ​ເກັບ​ກຳ​ຕົວ​ເລກຂໍ້​ມູນ​ໃນຮູບ​ແບບ​ທຳ​ອິດ​ຈະ​ງ່າຍ​ກວ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ