ອິນ​ໂດ​ເນ​ເຊຍ​ຈັບ​ຜູ້​ຕ້ອງ​ສົງ​ໄສ 5 ຄົນ​ທີ່​ເຈຕະ​ນາໂຈມ​ຕີ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ
2017-08-16 10:40:06  cri 
ວັນ​ທີ 15 ສິງ​ຫາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ຈັບ​ຜູ້​ປະ​ກອບ​ອາ​ວຸດ 5 ຄົນ​ທີ່​ຖືກ​ສົງ​ໄສວາງ​ແຜນໂຈມ​ຕີທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ສະ​ຖານ​ທີ່​ຫຼາຍ​ແຫ່ງຂອງ​ປະ​ເທດ​ຕົນດ້ວຍ​ລະ​ເບີດ​ເຄ​ມີ.

ທ່ານ ຢູ​ສ​ຣີ ຢູ​ນູ​ສ໌ ໂຄ​ສົກ​ພະ​ແນກ​ຕຳ​ຫຼວດ​​ແຂວງ​ຈາ​ວາ​ຕາ​ເວັນ​ຕົກປະ​ເທດອິນ​ໂດ​ເນ​ເຊຍ​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ວ່າ: ໃນ​ຕອນ​ເຊົ້າ​ມື້​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ທີ່​ຂຶ້ນ​ກັບ Jemaah Anshorut Daulah(JAD) ເຊິ່ງ​ເປັນ​ກຸ່ມກໍ່​ການ​ຮ້າຍ​ຢູ່ 3 ເຂດ​ໃນ​ນະ​ຄອນ​ບັນ​ດຸງ​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ ແລະ​ໄດ້​ພົບ​ເຫັນ​ຜະ​ລິດ​ຕະ​ພັນ​ເຄ​ມີ​ທາດ​ແຫຼວ​ທີ່​ອັນ​ຕະ​ລາຍ​ຂະ​ນະກວດ​ຄົ້ນ​ເຮືອນຜູ້​ຕ້ອງ​ສົງ​ໄສ ໂດຍ​ພວກ​ເຂົາ​ມີ​ແຜນ​ຈະ​ໃຊ້​ຜະ​ລິດ​ຕະ​ພັນ​ເຄ​ມີ​ເຫຼົ່າ​ນີ້​ຜະ​ລິດ​ລະ​ເບີດ ແລ້ວ​ໂຈມ​ຕີທຳນຽບ​ປະ​ທາ​ນາ​ທິ​ບໍ​ດີ,ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ແ​ລະ​ຫ້ອງ​ການ​ຕຳ​ຫຼວດ​ຫຼາຍ​ແຫ່ງ​ຢູ່ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ໃນ​ທ້າຍ​ເດືອນ​ນີ້.

ຂ່າວ​ແຈ້ງວ່າ: JAD ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2015 ໂດຍ​ໄດ້​ສາ​ບານ​ຕົວ​ຈະ​ເຮັດ​ວຽກ​ແລະ​ຈົງ​ຮັກ​ພັກ​ດີ​ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ IS, ແລະ​ຖືກ​ອາ​ເມ​ລິ​ກາ​ປະ​ກາດ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ