IMF ​ຊົມ​ເຊີຍການ​ປະ​ຕິ​ຮູບ​​ຂົງ​ເຂດ​ຕ່າງໆຂອງ ສ​ປ ຈີນ
2017-08-16 11:03:06  cri 
ວັນ​ທີ 15 ສິງ​ຫາ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກ່າວ​ຫຼັງ​ໄດ້​ສຳ​ເລັດ​ການ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ແລະ​ນະ​ໂຍ​ບາຍ​ປະ​ຈຳ​ປີ​ກັບ​ຈີນ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ສື​ບ​ຕໍ່​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່ພັດ​ທະ​ນາ​ແບບ​ຍືນ​ຍົງກວ່າ​ເກົ່າ, ປະ​ສົບ​ຜົນ​ສຳ​ເລັດ​ໃນການ​ປະ​ຕິ​ຮູບ​ຂົງ​ເຂດ​ຕ່າງໆ ແລະ​ຈາກ​ນີ້​ຈຶ່ງຄາດ​ວ່າ​ປີ​ນີ້​ຈີນ​ຈະ​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂ​ຕ​ທາງ​ເສດ​ຖະ​ກິດ​ຢ່າງ​ເຂັ້ມ​ແຂງ​ໃນ​ລະ​ດັບ 6,7%.

​ປີ​ນີ້, IMF ໄດ້​ປັບ​ຄາດ​ໝາຍ​ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຫຼາຍ​ເທື່ອ ແລະຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານງານ​ຂອງ IMF ​ກໍກ່າ​ວ​ຊົມ​ເຊີຍ​ຈີນ​ທີ່​ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ເສດ​ຖະ​​ກິດ​ມາ​ສູ່ການ​ບໍ​ລິການ​ແລະ​ການ​ບໍ​ລິ​ໂພກ​ຢ່າງ​ຕໍ່​ເນື່ອງ ແລະ​ການ​ບັນ​ລຸ​ຄວາມ​ດຸ່ນ​ດ່ຽງ​ຂອງ​ເສດ​ຖະ​ກິດ​ຕື່ມ​ອີກ ໂດຍ​ເຫັນ​ວ່າ​​ການ​ທີ່ເສດ​ຖະ​ກິດ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ​ແລະ​ຕໍ່​ເນື່ອງ​ນັ້ນ​ຖື​ວ່າ​ເປັນ​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​ຕໍ່ຄວາມ​ຕ້ອງ​ການ​ຂອງ​ໂລກ.

IMF ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ລັດ​ຖະ​ບານ​ຈີນ​ທີ່​ໄດ້ເອົາ​ໃຈ​ໃສ່​ແລະ​ຫຼຸດ​ຄວາມ​ສ່ຽງ​ດ້ານ​ການ​ເງິນ ທັງເຫັນ​​ດີ​ທີ່​ຈີນ​ພະ​ຍາ​ຍາມ​ຫຼຸດ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ທີ່​​ເກີນຄວາມ​ຕ້ອງ​ການ​ໃຫ້​ໜ້ອຍ​ລົງ. ຂະ​ນະ​ດຽວ​ກັນ​ກໍ​ໄດ້​ສະ​ເໜີ​ໃຫ້​ຈີນ​ເພີ່ມ​ຂອບ​ເຂດ​ຫຼຸດຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ທີ່​ເກີນ​ຄວາມ​ຕ້ອງ​ການ​ພ້ອມ​ທັງ​ອາ​ໄສ​ກຳ​ລັງ​ຂອງ​ຕະ​ຫຼາດ​ໃຫ້​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ