ອາ​ເມ​ລິ​ກາ​​ພ້ອມ​ເຈ​ລະ​ຈາກັບ​ ສ​ປ​ປ ເກົາຫຼີ
2017-08-16 10:00:12  cri 
ຂະ​ນະ​ທີ່​ອາ​ເມ​ລິກ​າ​ແລະ​ສ​ປ​ປ​ເກົາຫຼີ​ຕ່າງ​ກ່າວ​ທ້າ​ທາຍກັນ​​ສົ່ງ​ຜົນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ໃນ​ແຫຼມ​ເກົາຫຼີ​ດຸ​ເດືອດ​ຂຶ້ນ​ນັ້ນ, ວັນ​ທີ 15 ສິງ​ຫາ​ນີ້, ທ່ານເຣກ​ສ໌ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ, ອາ​ເມ​ລິ​ກາ​​ພ້ອມ​ທີ່​ຈະ​ເຈ​ລະ​ຈາກັບ​ສ​ປ​ປ​ເກົ​າຫຼີ ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ແຕ່​ຈະ​ເປັນ​ໄປ​ໄດ້ຫຼື​ບໍ່ ນັ້ນ​ກໍ​ຂຶ້ນ​ກັບ​ການ​ຕັດ​ສິນ​ໃຈ​ຂອງທ່ານ​ກິມ​ຈົງ​ອຸນ ຜູ້​ນຳ​ສ​ປ​ປ​ເກົາຫຼີ.

ທ່ານ​ຕີ​ເລີ​ຊັນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແລະ​ທ່ານ​ເຈມ​ສ໌ ມາ​ຕິ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​ພິມ​ບົດ​ຄວາມ​ລົງ​ນາມ​ໃນ​ໜັງ​ສື​ພິມ "ໂວນ​ສ​ຕ​ຣິດ​ລາຍ​ວັນ" ໂດຍ​ຂຽນ​ວ່າ, ວິ​ທີທາງ​ການ​ທູດ​ເປັນ​ວິ​ທີ​​ບຸ​ລິ​ມະ​ສິດ​ສຳ​ລັບ​ອາ​ເມ​ລິ​ກາ​ທີ່​ຈະ​ເຮັດໃຫ້​ສ​ປ​ປ​ເກົາຫຼີ​ປ່ຽນ​ແປງ​ທິດ​ທາງ​ຂອງ​ຕົນ ແລະ​ການ​ທີ່ອາ​ເມ​ລິ​ກາ​ກົດ​ດັນ​ບັນ​ຫາ​ສັນ​ຕິ​ພາບ​ຕໍ່​ສ​ປ​ປ​ເກົາຫຼີ ​ກໍ​ເພື່ອ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ທັງ​ບໍ່​ມີ​ເຈດ​​ຕະ​ນາ​ປ່ຽນ​ແປງ​ອຳ​ນາດ​ການ​ປົກ​ຄອງ​ສ​ປ​ປ​ເກົ​າຫຼີ ຫຼື​ເລັ່ງ​ຂະ​ບວນ​ການ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສປ​ປ​ເກົາຫຼີ​ແລະສ.ເກົາຫຼີ​ເປັນ​ປະ​ເທດ​ໜຶ່ງ​ດຽວ, ນອກ​ນີ້ ບໍ່​ມີ​ເຈດ​ຕະ​ນາຫາ​ຂໍ້​ອ້າງ​ເອົາ​ທະ​ຫານໄປ​ປະ​ຈຳ​ຢູ່​ພາກ​ເໜືອ​ເຂດ​ປອດ​ທະ​ຫານ ແລະ​ບໍ່​ມີ​ເຈດ​​ຕະ​ນາ​ທຳ​ຮ້າຍ​ປະ​ຊາ​ຊົນ​ສ​ປ​ປ​ເກົາຫຼີ​ແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ