ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 4,0 ລິກ​ເຕີ​ທີ່​ເຂດ​ຊາຍ​ແດນ​ຈີນ​ຫວຽດ​ນາມ
2017-08-16 10:08:16  cri 
ຕາມ​ການ​ວັດແທກ​ຂອງ​ເຄືອ​ຂ່າຍ​​ວັດແທກ​ແຜ່ນ​ດິນ​ໄຫວ​ເຂດ​ກວາງ​ຊີ​ຈີນ ຫຼັງເວ​ລາ 13 ໂມງ 16 ນາ​ທີ​ວັນ​ທີ 15 ສິ​ງ​ຫາ​ນີ້, ​ຢູ່ເຂດ​ຊາຍ​ແດນ​ຈີນ​ຫວຽດ​ນາມ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 4,0 ລິກ​ເຕີ ໂດຍຕາ​ແສງຫຼຸງຫຼິນ ແລະ​ຕາ​ແສງ​ລູ້​ຖຸງ​ເມືອງ​ຈິ້ງ​ຊີ່​ເຂດກວາງ​ຊີ ຕ່າງ​ໄດ້​ຮັບ​ແຮງ​ສັ່ນ​ສະ​ເທືອນ​ ເຊິ່ງ​ເຫັນ​ໄດ້​ຈາກ​ແວ່ນແກ້ວ​ປ່ອງ​ຢ້ຽມ​ແຕກ ແລະ​ມີ​ບາງ​ບ້ານ​ຢູ່​ຕາ​ແສງຫຼຸງຫຼິນ​​ມີ​ຫີນ​ກິ້ງ​ລົງ​ຈາກ​ພູ, ແນວ​ໃດ​ກໍ​ດີ, ໃນ​ປັດ​ຈຸ​ພ​ບັນ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ເລີ່ມ​ສຳຫຼວດ​ສະ​ພາບ​ໄພ​ພິ​ບັດ​ດັ່ງ​ກ່າວ​ແລ້ວ.

ຫ້ອງ​ການ​ແຜ່ນ​ດິນ​ໄຫວ​ເຂດກວາງ​ຊີ​ແຈ້ງວ່າ, ມາ​ຮອດ 14 ໂມງ 30 ນາ​ທີ​ວັນ​ທີ 15 ສິງ​ຫາ​ນີ້, ໄດ້​ເກີດແຮງ​ສັ່ນ​ສະ​ເທືອນ​ຕາມຫຼັງ 3 ເທື່ອ ແລະແຮງ​ສຸດ​​ເຖິງ​ຂັ້ນ 0,7 ລິກ​ເຕີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ