ຈີນ​ຍັງ​ຄົງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ 1 ໃນໄຕ​ມາດ​ທຳ​ອິດ​ໃນ​ສົກ​ງົບ​ປະ​ມານ​ປີນີ້
2017-08-16 16:18:18  cri 
ສື່ມວນ​ຊົນ​ມຽນ​ມາ​ລາ​ຍ​ງານ​ໃນ​ວັນ​ທີ 14 ສິງ​ຫາ​ນີ້​ວ່າ, ໃນ​ໄຕ​ມາດ​ທຳ​ອິດ​​ຂອງສົກ​​ງົບ​ປະ​ມານ​ປີ​ນີ້​ ຄື​ແຕ່​ເດືອນເມ​ສາ​ຫາ​ເດືອນ​ມິ​ຖຸ​ນາ​ປີ 2017, ຍອດ​ມູນ​ຄ່າ​ການ​ຄ້າ​ມຽນ​ມາ-ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ 800 ລ້ານ​ໂດ​ລາ ໂດຍຈີນ​ຍັງ​ຄົງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ມຽນ​ມາ ແລະ​ຖັດ​ມາ​ແມ່ນອາ​ຊຽນ 2 ດ້ວຍ​ດ້ວຍຍອດ​ມູ​ນ​ຄ່າ 2 ຕື້ 552 ລ້ານ​ໂດ​ລາ.

ຂ່າວ​ແຈ້ງວ່າ, ຍອດ​ມູ​ນ​ຄ່າ​ການ​ຄ້າ​ທາງ​ທະ​ເລ​ຈີນ-ມຽນ​ມາ​​ບັນ​ລຸ​ເຖິງ 1 ຕື້ 340 ລ້ານ​ໂດ​ລາ, ​ຂະ​ນະ​ທີ່ຍອດ​ມູນ​ຄ່າ​ການ​ຄ້າ​ຊາຍ​ແດນ​​ກໍ​ບັນ​ລຸ​ເຖິງ 1 ຕື້ 480 ລ້ານ​ໂດ​ລາ. ​ສ່ວນຍອດ​ມູ​ນ​ຄ່າ​ການ​ຄ້າ​ສົ່ງ​ອອກ​​ຂອງ​ມຽນ​ມາ​ໄປ​ຈີນ​ກໍ​ບັນ​ລຸເຖິງ 1 ຕື້ 210 ລ້ານ​ໂດ​ລາ ເຊິ່ງ​ສິນ​ຄ້າຕົ້ນ​ຕໍ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ຜະ​ລິດ​ຕະ​ພັນ​ທະ​ເລ, ຜະ​ລິດ​ຕະ​ພັນ​ປ່າ​ໄມ້ ແລະ​ອື່ນໆ; ​ນອກ​ນີ້​ມຽນ​ມາ​ຍັງ​ບັນ​ລຸ​ມູນ​ຄ່າ​ການນຳ​ເຂົ້າ​​ສິນ​ຄ້າຈາກ​ຈີນ 1 ຕື້ 610 ລ້ານ​ໂດ​ລາ ໂດຍຕົ້ນ​ຕໍ​ແມ່ນ​ເຄື່ອງ​ໃຊ້​ປະ​ຈຳ​ວັນ, ຜະ​ລິດ​ຕະ​ພັນ​ເອກ​ເລັກ​ໂຕ​ຣນິກ, ເຄື່ອງ​ກົນ​ຈັກ ແລະ​ອື່ນໆ.

​ທັງ​ໝົດ​ນີ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ລະ​ປີຍອດ​ມູນ​ຄ່າ​ການ​ຄ້າ​​ລະ​ຫວ່າງມຽນ​ມາ-ຈີນ​ໄດ້​ເພີ່ມ​ຂຶ້ນ ເປັນ​ຕົ້ນປີ 2011 – 2012 ຫາ​ສົກ​​ປີ 2016 – 2017 ​ຢູ່​ໃນ​ລະ​ດັບ 5 ຕື້, 4 ຕື້ 960 ລ້ານ, 7 ຕື້ 30 ລ້ານ, 9 ຕື້ 710 ລ້ານ, 10 ຕື້ 900 ລ້ານ ແລະ 10 ຕື້ 800 ລ້ານ​ໂດ​ລາຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ