ຟິ​ລິບ​ປິນ​ຍິງ​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​​ຕາຍ 21 ຄົນ
2017-08-16 16:15:14  cri 
    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟິ​ລິ​ບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 15 ສິງ​ຫານີ້​ວ່າ, ໄດ້​ດຳ​ເນີນ​ການປາບ​ປາມ​ຢາ​ເສບ​ຕິດຫຼາຍ​ເທື່ອ​ຢູ່​ແຂວງ​ບູ​ລາ​ຄັນທີ່​ຫ່າງ​ຈາກ​ນະ​ຄອນຫຼວງ​ມະ​ນີ​ລາ​ໄປ​ທາງ​ທິດ​ເໜືອ​ວັນ​ທີ 14 ສິງ​ຫານີ້ ແລະ​ມາ​ຮອດ​ປັດ​ຈຸ​ບັນ, ສາ​ມາດ​ຍິງ​ຜູ້​ຄ້າ​ຂາຍ​ແລະ​ຜູ້​ເສບ​ຢາ​ເສບ​ຕິດ 21 ຄົນ ແລະ​​ຈັບ​ໄດ້ 64 ຄົນ.

    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງ​ບູ​ລາ​ຄັນ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ດັ່ງ​ກ່າວໄດ້​ເລີ່ມ​ແຕ່​ຕອນ​ຄ່ຳ​ວັນ​ທີ 14 ສິງ​ຫານີ້ ແລະ​ໄດ້​ສືບ​ຕໍ່​ຈົນ​ຮອດ​ຕອນ​ຄ່ຳ​​ຂອງມື້​ຖັດ​ມາ ແລະ ມາ​ຮອດ​ປັດ​ຈຸ​ບັນ ໄດ້​​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະນີ້​​ຢູ່​ທົ່ວ​ແຂວງ 24 ເທື່ອ​ແລ້ວ ໂດຍໃນ​ໄລ​ຍະ​ດັ່ງ​ກ່າວ, ກຸ່ມ​ຢາ​ເສບ​ຕິດ​ໄດ້​​ຝ່າ​ຝືນ​ການ​ຈັບ ແລະ​ຍິງ​ປະ​ທະ​ກັບ​ຕຳຫຼວດ ໂດຍ​ມີຜູ້​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ 21 ຄົນ​ຖືກ​ຍິງ​ຕາຍ. ນອກນັ້ນ, ຕຳຫຼວດ​ຍັງ​ສາ​ມາດ​ຍຶດ​ປືນ​ສັ້ນ, ປືນ​ລ່າ​ສັດ​ແລະ​ອາ​ວຸດ​ອື່ນໆ​ໄດ້ຫຼາຍ​ລາຍ​ການ​.

    ເວັບ​ໄຊ​ຕຳ​ຫຼວດ​ແຫ່ງ​ຊາດ​ຟິ​ລິບ​ປິນ​​ເປີດ​ເຜີຍວ່າ, ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ຜ່ານ​ມາ​ຮອດ​ເດືອນ​ກໍ​ລະ​ກົດ​ປີນີ້, ຕຳຫຼວດ​ຟິ​ລິບ​ປິນ​ໄດ້ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ 68.000 ເທື່ອ ໂດຍສາ​ມາດ​ຈັບ​ໄດ້ 96.000 ຄົນ ແລະ​ 3000 ກວ່າ​ຄົນ​ຖືກ​ຍິງ​ຕາຍ​ຍ້ອນຝ່າ​ຝືນ​ຕໍ່​ການ​ຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ