CREC-AVIC INTL ແລະເອ​ຢິບເຊັນ​ສັນ​ຍາ​ໂຄງ​ການ​ທາງ​ລົດ​ໄຟ​ລາງ​ເບົາ
2017-08-16 16:16:56  cri 
    ສະ​ຫະ​ບໍ​ລິ​ສັດ​ທີ່​ປະ​ກອບ​ດ້ວຍ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ ຫຼື CREC ແລະ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຕັກ​ນິກ​ການ​ບິນ​ຈີນ​ຈຳ​ກັດ ຫຼື AVIC INTL ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ທາງ​ລົດ​ໄຟ​ລາງ​ເບົາ​ຂອງ​ເມືອງ​ 10th of Ramadan ​ກັບ​ອົງ​ການ​ອຸ​ໂມງ​ແຫ່ງ​ຊາດ​ເອ​ຢິບ​ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ວັນ​ທີ 15 ສິງ​ຫານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ໂດຍ​ຜູ້ຕາງ​ໜ້າສະ​ຫະ​ບໍ​ລິ​ສັດ CREC-AVIC INTL ແລະ​ປະ​ທານ​ອົງ​ການ​ອຸ​ໂມງ​ແຫ່ງ​ຊາດ​ເອ​ຢິບ ໄດ້​ຕາງ​ໜ້າ​ຝ່າຍ​ຮັບ​ເໝົາແລະ​ເຈົ້າ​ຂອງໂຄງ​ການ​ລົງ​ນາມ​ໃນ​ສັນ​ຍາ​ດັ່ງ​ກ່າວ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ອຸ​ປະ​ກອນ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ​ຈີນ​ຈະ​ເຂົ້າ​ສູ່​ເອ​ຢິບ​ເປັນ​ຄັ້ງ​ທຳ​ອິດ.

    ຂ່າວ​ແຈ້ງວ່າ, ໂຄງ​ການ​ດັ່ງ​ກ່າວ ​ປະ​ກອບ​ມີການ​ສ້າງ​ລາງ​ເບົາ​ໄຟ​ຟ້າ​ສາຍ​ຄູ່​ທີ່​ອອກ​ແບບ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ແລະ​ຍາວ​ທັງ​ໝົດ 66 ກິ​ໂລ​ແມັດແລະ​ສະ​ຖາ​ນີ 11 ແຫ່ງ. ​ທັງ​ນີ້, ຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ລາງ​ເບົາ​ສາຍນີ້​ຈະ​ຫຼຸດຜ່ອນ​ຄວາມ​ແອ​ອັດ​ຄົມ​ມະ​ນາ​ຄົມ​​ຢູ່ເຂດ​ໃຫຍ່​ເລີ​ແກ​ຢ່າງ​ບັງ​ເກີດ​ຜົນ, ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ສັນ​ຈອນ​ປະ​ຈຳ​ວັນ​ຂອງປະ​ຊາ​ຊົນເກືອບ 5 ລ້ານ​ຄົນຢູ່​ເມືອງ​ອ້ອມ​ແອ້ມຫຼາຍ​ແຫ່ງ​ ແລະ​ຍັງ​ຈະ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ແລະ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ການກໍ່​ສ້າງ​ຂອງ​ທ້ອງ​ຖິ່ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ