ຈີນ​ຕອບ​ໂຕ້​ອາ​ເມ​ລິ​ກາຫຼັງຕຳ​ໜິນະ​ໂຍບາຍ​ສາສະໜາຂອງ​ຈີນ
2017-08-17 11:25:45  cri 

ວັນ​ທີ 16 ສິງຫາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ອາ​ເມ​ລິ​ກາ​ທີ່​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຕຳ​ໜິນະ​ໂຍບາຍ​​ສາສະໜາ​ຂອງ​ຈີນ​​ເມື່ອບໍ່​ດົນ​ມາ​ນີ້ ​ໂດຍ​ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຊີ້​ໃຫ້​ເຫັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ຈີນ​ເຕືອນ​ອາ​ເມ​ລິ​ກາ​​ໃຫ້ເຄົາລົບ​ຄວາມ​ເປັນ​ຈິງ, ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ ​ແລະ ຢຸດຕິ​ການ​​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນ ​ໂດຍ​ອ້າງ​ບັນຫາ​ສາສະໜາ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ລັດຖະບານ​ຈີນ​ເຄົາລົບ​ເສລີພາບ​ຂອງ​ປະຊາຊົນ​ໃນ​ການ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາສະໜາ​ຢ່າງ​ເຕັມ​ສ່ວນ ທັງ​ປົກ​ປ້ອງ​ເສລີພາບ​ດັ່ງກ່າວ​ຕາມ​ກົດໝາຍ, ຂະນະ​ທີ່​ປະຊາຊົນ​ບັນດາ​ຊົນ​ເຜົ່າ ​ແລະ​ບັນດາ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດ​ຈີນ​ລ້ວນ​ແຕ່​ມີ​ເສລີ​ພາບ​ຢ່າງ​ເຕັມທີ່ໃນ​ການ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາສະໜາ. ​ແຕ່​ອາ​ເມ​ລິ​ກາ​ພັດບໍ່ຫົວຊາ​ຕໍ່​ຄວາມ​ເປັນ​ຈິງ, ກັບ​ດຳ​ເປັນ​ຂາວ ​ແລະ ຕຳ​ໜິເສລີພາບ​ທາງ​ສາສະໜາ​ຂອງ​ຈີນຢ່າງ​ບໍ່​ມີ​ເຫດຜົນ ​ເຊິ່ງ​ເລື່ອງ​ນີ້ຈີນ​ຈະ​ເດັດດ່ຽວ​ຄັດຄ້ານ​ຢ່າງ​ແນ່ນອນ ​ແລະ​ໄດ້ປະ​ທ້ວງອາ​ເມ​ລິ​ກາ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ