ງານ​ວາງສະ​ແດງ​ຜົນງາ​ນຂອງ​ແມ່ຍິງນັກແຕ້ມ​ແລະຂຽນ​ງາມ​​ຈີນ-ມາ​ເລ​ເຊຍ​ຄັ້ງທຳ​ອິດຈັດ​ຂຶ້ນຢູ່​ກົວ​ລາ​ລຳ​ເປີ
2017-08-17 11:27:20  cri 

ງານ​ວາງສະ​ແດງ​ຜົນງາ​ນຂອງ​ແມ່ຍິງນັກແຕ້ມ​ແລະຂຽນ​ງາມ​ຈີນ-ມາ​ເລ​ເຊຍ​ຄັ້ງທຳ​ອິດ​ໄດ້ຈັດ​ຂຶ້ນຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 16 ສິງຫາ​ນີ້ ​ໂດຍ​ມີ​ສິລະ​ປິນຫຼາຍສິບ​ຄົນ​ຂອງ​ສອງ​ປະ​ເທດ​ເຂົ້າຮ່ວມ ​ແລະມີ​ຜົນງານ​ສິລະ​ປະ​ຕ່າງໆຮ້ອຍ​ກວ່າຜົນງານນຳ​ມາ​ວາງສະ​ແດງ.

ທ່ານ​ນາງ​ຂົງຈື ປະທານ​ສະມາຄົມ​ນັກ​ແຕ້ມ​ແມ່ຍິງ​ຈີນ ກ່າວ​ວ່າ: ​ເມື່ອ​ເບິ່ງປະຫວັດສາດ​ແລ້ວ​ຈະເຫັນ​ໄດ້ວ່າ ​ໃນ​ໄລຍະ​ປະຫວັດສາດ​ທີ່​ຕ່າງ​ກັນ, ນັກ​ແຕ້ມ​​ແມ່ຍິງຂອງ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​​ໄດ້ສ້າງ​ຜົນງານ​ທີ່​ດີ​ເລີດ​ງົດ​ງາມ​ຕະການ​ຕາ​ດ້ວຍ​ຄວາມ​ລະອຽດ​ອ່ອນ ​ແລະ ຄວາມ​ອ່ອນ​ໂຍນ-ສົດ​ໃສ​ທີ່​ມີ​ຢູ່​​ສະ​ເພາະ​ເພດ​ຍິງ ​ແລະ​ກາຍ​ເປັນ​ມິ່ງຂວັນສິລະ​ປະ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ໃນ​ປະຫວັດ​ອາລະຍະ​ທຳ​ຂອງ​ມະນຸດ. ທ່ານ​ກ່າວຕື່ມ​ວ່າ: ງານ​ວາງສະ​ແດງ​ຜົນງານ​ຮູບ​ແຕ້ມ​ແລະ​ການ​ຂຽນ​ງາມ​​ເທື່ອ​ນີ້ ​ໄດ້​ສ້າງ​ໂອກາດ​ໃຫ້​ແກ່​ສິລະ​ປິນຍິງ​ສອງ​ປະ​ເທດ​​ຜູກ​ມິດ​ກັນດ້ວຍ​ການ​ແລກປ່ຽນ​ສິລະ​ປະ ​ແລະ​ຫວັງ​ວ່າ​ພວກ​ເຮົາ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ຮ່ຳຮຽນ​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຊຸກຍູ້​ມິ​ດຕະພາບ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ເຂົ້າສູ່​ລວງ​ເລິກ​ໃນ​ອະນາຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ