ອາ​ບູດາ​ບີ​ພະຍາຍາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​​ໄດ້​ເຖິງ 6 ​ແສນ​ຄົນ
2017-08-17 17:17:03  cri 

ຫວ່າງ​ມໍ່ໆ​ມາ​ນີ້, ສຳນັກງານ​ເລຂາ​ຄະນະ​ກຳມະການ​ປະຕິ​ບັດງານ​ອາ​ບູດາ​ບີ ນະຄອນຫຼວງສະຫະລັດ​ອາຣັບ​ເອມີ​ເຣດ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ອງ​ທ່ຽວ​ອາ​ບູດາ​ບີ​ໄດ້​ເພີ່ມ​ຂຶ້ນຢ່າງ​ຈະ​ແຈ້ງ ​ເຊິ່ງຫຼາຍກວ່າ​ຕະຫຼາດນັກ​ທ່ອງ​ທ່ຽວ​​ເດີມ ​ເປັນຕົ້ນ ອິນ​ເດຍ ​ແລະ ອັງກິດ. ​ແນວ​ໃດ​ກໍ​ດີ, ອາ​ບູດາ​ບີ​ຈະ​ພະຍາຍາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ໄດ້​ເຖິງ 6 ​ແສນ​ຄົນ​ເມື່ອ​ຮອດ​ປີ 2021.

ຂ່າວ​ລາຍ​ງານ​ຕື່ມ​ວ່າ, ​ໃນ 4 ປີຜ່ານມາ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ອາ​ບູດາ​ບີ ​ໄດ້​ເພີ່ມ​ຂຶ້ນ 5 ​ເທົ່າ ​ເຊິ່ງ​ມາ​ຮອດ​ປີ 2016 ​ໄດ້​ເພີ່ມ​ຂຶ້ນ​ເປັນ 230.000 ​ເທື່ອ​ຄົນ, ຂະນະ​ທີ່​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ກໍໄດ້​ເພີ່ມ​ຂຶ້ນ 48% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ