ໄທ​ແລະ​ອາ​ເມ​ລິ​ກາ​​ຊ້ອມ​ຮົບຮ່ວມ
2017-08-17 17:19:12  cri 

ກົມ​ຖະ​ແຫຼງຂ່າວ​ແຫ່ງ​ຊາດ​ໄທ ​ໄດ້ຖະ​ແຫຼງ​ໃນ​ວັນ​ທີ 16 ສິງຫາ​ນີ້​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ໄທ-ອາ​ເມ​ລິ​ກາ "ຮາ​ນູ​ເມນ​ກາ​ດຽນ" ປີ​ທີ 6 ລະຫວ່າງກອງທັບ​ບົກ​ລາຊະ​ນາວີ​ໄທ​ແລະ​ກອງ​ບັນຊາ​ການ​ມະຫາ​ສະໝຸດ​ປາຊີ​ຟິກກອງທັບ​ອາ​ເມ​ລິ​ກາ ​ໄດ້​ເປີດ​ສາກຢູ່​ສຳນັກງານ​ທະຫານ​ບົກ​ທີ 9 ແຂວງການຈະ​ນະ​ບຸຣີ ປະ​ເທດ​ໄທ ​ໃນ​ວັນ​ທີ 15 ​ເດືອນ​ດຽວ​ກັນ.

ຜູ້​ບັນຊາ​ການ​ເຂດ​ທະຫານ​ທີ 1 ທະຫານ​ບົກ​ໄທ ເປັນ​ປະທານ​​ໃນພິທີດັ່ງກ່າວ. ຂະນະ​ທີ່​ການ​ຊ້ອມ​ຮົບ​ຮ່ວມ​ປີ​ນີ້​ຕົ້ນຕໍ​ຈະ​ຝຶກ​ຊ້ອມ​ຄວາມ​ສາມາດ​ການ​ປະສານ​ງານ​ດ້ານ​ການ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ ​ແລະ ການ​ຮັບ​ມື​ສຸກ​ເສີນຫຼັງ​ໄພພິບັດ ພ້ອມ​ດ້ວຍ​ຄວາມ​ສາມາດ​ຂອງ​ນັກຮົບ​ໃນ​ການ​ບໍລິການ​ປິ່ນປົວ ​ແລະ ການ​ສ້ອມ​ແປງ​ທາງ​ການບິນ.
ຂ່າວ​ລາຍ​ງານ​ຕື່ມ​ອີກ​ວ່າ: ມີ​ທະຫານ​ໄທ 725 ​ຄົນແລະ​ທະຫານ​ອາ​ເມ​ລິ​ກາ 683 ຄົນ​ໄດ້​ເຂົ້າຮ່ວມ​ການ​ຊ້ອມຮົບ​ເທື່ອ​ນີ້ ​ເຊິ່ງຈະ​ດຳ​ເນີນ​ເຖິງ​ວັນ​ທີ 25 ສິງຫາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ