ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ເນັ້ນຄວນ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ດ້ວຍ​​ການ​ເມືອງ
2017-08-17 15:56:33  cri 
ທ່ານອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ກ່າວ​ໃນ​ວັນ​ທີ 16 ສິງ​ຫາ​ນີ້​ວ່າ, ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຄວນ​ແກ້​ໄຂ​ດ້ວຍ​ການ​ເມືອງ.

ທ່ານ ກູ​ເຕີ​ເຣັ​ສ ກ່າວ​ວ່າ, "ວິ​ທີທາງ​ການ​ເມືອງ​ແມ່ນ​​ໜຶ່ງທາງ​ອອກ​​ແກ້​ໄຂວິ​ກິດ​ການ​ດັ່ງ​ກ່າວ", ແລະສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້ຮ່ວມ​ກັນ​ຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ  2371, "ໄດ້ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ການ​ທູດ​ແລະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂວິ​ກິດ​ການ".

ທ່ານ​ກູ​ເຕີ​ເຣັ​ສ​ໄດ້ ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງ​ໆ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ, ຂະ​ນະ​ດຽວ​ກັນ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຮັກ​ສາ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຝ່າຍ​ຕ່າງໆ, ແລະ​​ພ້ອມ​ຈະ​ຊ່ວຍ​ເຫຼືອ​ດ້ວຍ​ຮູບ​ການ​ຕ່າງໆທຸກ​ເວ​ລາ. ນອກ​ນີ້​ກໍຫວັງ​ວ່າ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນແລະ​ປ​ະ​ຕິ​ບັດ​ບາດ​ກ້າວ​ຢ່າງ​ຕັ້ງ​ໜ້າ, ເພື່ອ​ບັນ​ລຸ​​ການ​ປອດ​ອາ​ວຸດ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ