ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​​ເລືອດ​ອອກຫຼາຍກວ່າ 8 ໝື່ນ​ຄົນ
2017-08-17 10:54:27  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ເປີດ​ເຜີຍ​ວ່າ, ນັບ​ແຕ່​ຕົ້ນ​ປີ​ເປັນ​ຕົ້ນ​ມາ, ປະ​ເທດ​ຕົນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ເລືອດ​ອອກຫຼາຍກວ່າ 8 ໝື່ນ 1 ພັນ​ຄົນ, ໃນ​ນັ້ນ​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ ແລະ​ເນື່ອງ​ຈາກຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ໄດ້​ເຕືອນ​ປະ​ຊາ​ຊົນ​ຈີນ​ທີ່​ຢູ່​ຫວຽດ​ນາມ​ຄວນ​ຍົກ​ສະ​ຕິ​ລະ​ວັງ​ຕົວ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ເປີດ​ເຜີຍ​ວ່າ, ​ພະ​ຍາດ​ນີ້​ສ່ວນຫຼາຍ​ເກີດ​ຂຶ້ນຢູ່​ພາກ​ກາງ ເຊິ່ງ​​ມີຜູ້​ຕິດ​ເຊື້ອ​ພະ​ຍາດກວມ 59% ​ໃນທົ່ວ​ປະ​ເທດ; ​ສ່ວນຢູ່​ພາກ​ເໜືອ ສ່ວນຫຼາຍ​ຈະ​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງຮາ​ໂ​ວ້ຍ ໂດຍ​ມີ​ການ​ລາຍ​ງານ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ 1 ໝື່ນ 5 ພັນ 4 ຮ້ອຍ​ຄົນ ແລະ​ເສຍ​ຊີ​ວິດ 7 ຄົນ.

​ດ້ວຍ​ຄວາມ​ເປັນ​ຫ່ວງ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຈີນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ໄດ້​ອອກ​ແຈ້ງ​ການ ໂດຍເຕືອນ​ປະ​ຊາ​ຊົນ​ຈີນ​ທີ່​ຢູ່​ຫວຽດ​ນາ​ມ່​ຈົ່ງ​ຍົກ​ສະ​ຕິ​ປ້ອງ​ກັນ​ໄຂ້ເລືອດ​ໃຫ້​ສູງ​ຂຶ້ນ. ຖ້າ​ມີ​ອາ​ການ​ຄີງ​ຮ້ອນ ຫຼື​ເປັນ​ຫວັດ ຕ້ອງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ