ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ຢ້ຽມ​ຢາມ​ບໍ​ລິ​ສັດ​ຮ​ວາ​ຕ້າ​ຢຸນ​ນານ
2017-08-17 15:10:35  cri 
ວັນ​ທີ 15 ສິງ​ຫາ​ນີ້, ທ່ານ​ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄປ​ຢ້ຽມ​ຢາມ​ບໍ​ລິ​ສັດ​ຮ​ວາ​ຕ້າ​ຢຸນ​ນານ.

ຫົວ​ໜ້າ​ເຂດ​ຢຸນ​ນານ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ນຳ​ພາທ່ານ​ລັດ​ຖະ​ມົນ​ຕີ​ແລະ​ຄະ​ນະເຂົ້າ​ຢ້ຽມ​​ຊົມລະ​ບົບ BGISEQ-500 ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຕົນ ແລະ​​ລາຍ​ງານ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ ແລະ​​ການ​ຮ່ວມ​ມື​ກັບ​ປະ​ເທດ​​ໃນອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ລວມ​ທັງ​ລາວ ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນ​​ທາງ".

ທ່ານ​ບຸນກອງ ສີ​ຫາ​ວົງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບໍ​ລິ​ສັດັ່ງ​ກ່າວ​​ທີ່ໄດ້​ປະ​ກອບ​ສ່ວນ​​ຢ່າງໃຫຍ່ຫຼວງ​ເພື່ອ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ​ລາວ ແລະ​ສອບ​ຖາມ​ຜົນ​ງານ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ປິ່ນ​ປົວ​ທັງ​ສັນ​ຍາ​ວ່າ ຈະ​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ​ດັ່ງ​ກ່າວ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ​ຢູ່​ລາວ​ຢ່າງ​ສຸດ​ຂີດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ