ກອງ​ປ​ະ​ຊຸມ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 3 ໄຂ​ຂຶ້ນ​ຢູ່​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນ
2017-08-17 15:15:31  cri 
    ກອງ​ປ​ະ​ຊຸມ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 3 ໄດ້ໄຂ​ຂຶ້ນ​ຢູ່ເມືອງ​ເວີ່ຍ​ໄຫ​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນໃນ​ວັນ​ທີ 16 ສິງ​ຫານີ້ ໂດຍມີ​ຜູ້​ແທນ​ ຈີນ, ອາ​ຟ​ຣິ​ກາ​ໃຕ້, ເບຣ​ຊິນ, ຣັດ​ເຊຍ ແລະ​ອິນ​ເດຍ 20 ກວ່າ​ທ່ານ​​ເຂົ້າ​ຮ່ວມ.

    ກອງ​ປະ​ຊຸມ​ໄດ້​ໄຂ​ຂຶ້ນ​ທ່າມ​ກາງ​ບັນ​ຍາ​ກາດ​ສາ​ມັກ​ຄີ​ມິດ​ຕະ​ພາບ​ບົນ​ຈິດ​ໃຈ "ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມບ​ຣິກ​ສ໌, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ" ໂດຍ​ຝ່າຍ​ຕ່າງໆ ໄດ້​ແລກ​ປ່ຽນ​ສະ​ພາບ​ການ​ຢາ​ເສບ​ຕິດ​ແລະ​ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ແຕ່​ລະ​ປະ​ເທດ ແລະ​ເຫັນ​ວ່າ ປະ​ເທດບ​ຣິກ​ສ໌ ມີ​ຄວາມ​ສາ​ມາດ​ຊົ່ມ​ຊ້ອນ​​ຢ່າງຫຼວງຫຼາຍ​ໃນ​ຂົງ​ເຂດນີ້.

    ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ດ້ານຫຼັກ​ການ​ກ່ຽວ​ກັບ "ກົດ​ລະ​ບຽບ​ເຮັດ​ວຽກ​ຂອງ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ປະ​ເທດບ​ຣິກ​ສ໌" ສະ​ບັບ​ທຳ​ອິດ​ນັບ​ແຕ່​ສ້າງ​ຕັ້ງ​ກົນ​ໄກ​ບ​ຣິກ​ສ໌​ເປັນ​ຕົ້ນ​ມາ ແລະ​ໄດ້​ລົງ​ນາມ​ໃນ "ບົດ​ບັນ​ທຶກກອງ​ປະ​ຊຸມ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ​ 3". ແນວ​ໃດ​ກໍ​ດີ, ຜົນ​ປະ​ຊຸມ​ດັ່ງ​ກ່າວຈະ​ຍື່ນ​ໃຫ້​ກອງ​ເລ​ຂາ​ຄະ​ນະ​ກະ​ກຽມ​ການ​ພົບ​ປະ​ຄັ້ງ​ທີ 9 ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌ 2017 ພິ​ຈາ​ລະ​ນາ​ອີກ​ຕໍ່​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ