ບັນ​ດາປ້າ​ໃນຄະ​ນະ​ນັກ​ທ່ອງ​ທ່ຽວ​​ເຕັ້ນ​ລຳ​ແກ້​ເຫງົາຫຼັງ​ຖືກ​ຕັນ​ໃນ​ຂະ​ນະ​ຂີ່​ເຮືອ
2017-08-17 15:33:42  cri 

    ວັນ​ທີ 16 ສິງ​ຫານີ້, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຂີ່​ເຮືອໃນ​ນ້ຳ​ຕາມ​ຮ່ອມ​ພູ​ຢູ້​ຊີ່​ເມືອງ​ລູ​ຊື​ແຂວງ​ເຮີ​ນານ ສ​ປ ຈີນ ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ເຮັດ​ໃຫ້​ລຳ​ນ້ຳ​​ໜາ​ແໜ້ນ​ທີ່​ສຸດ ແລະ​ໃນ​ຈຳ​ນວນນັ້ນ ບັນ​ດາ​ແມ່ປ້າ​ໃນ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ໄປ​ຕໍ່​ບໍ່​ໄດ້, ​ຈຶ່ງ​ແກ່​ເຮືອ​ໜັງໃຫ້​ຈອດ​ຢູ່​ຫາດ​ຊາຍ ແລ້ວ​ກັບ​ຄືນ​ໄປ​ເຕັ້ນ​ລຳ​ຢູ່​ກາງ​ນ້ຳ​ຕາມ​ຈັງ​ຫວະ​ດົນ​ຕີ​ທີ່​ມີ​ຄົນ​ເປີດໂດຍ​ສະ​ເພາະ. ຂະ​ນະ​ດຽວ​ກັນ, ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ ກໍ​ເອົາໄມ້​ພາຍ​ມາຫຼິ້ນ​ຕາມ​ຈັງ​ຫວະ ເຮັດ​ໃຫ້​ເກີດ​ຄວາມ​ມ່ວນ​ຊື່ນ​​ຕາມ​ລຳ​ນ້ຳ​ທັງ​ສາຍ ແລະຫຼຸດ​ຜ່ອນ​​ຄວາມ​ໃຈ​ຮ້ອນ​ຂອງບັນ​ດາ​ນັກ​ທ່ອງ​ທ່ຽວ​​ໄດ້​ເປັນ​ຢ່າງ​ດີ. ​ເນື່ອງ​ຈາກ​ວ່າ​ທຸກ​ຄົນ​ມ່ວນ​ຊື່ນ​ແລະ​ມີ​ລະ​ບຽບ​ຮຽບ​ຮ້ອງ ​ຈຶ່ງ​ເຮັດ​ໃຫ້​ຄວາມ​​ໜາ​ແໜ້ນ​ຕາມລຳ​ນ້ຳ​ຫຼຸດ​ຜ່ອນ​​ລົງ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ