ປີ້​ນີ້ ​ສິນຄ້າຜ່ານ​ດ່ານ​ຈີນ​ຈະສັ້ນລົງ
2017-08-18 11:14:50  cri 

​ເມື່ອ​ບໍ່​ດົ​ນມາ​ນີ້, ຫ້ອ​ການ​ລັດຖະບານ​ຈີນ​ໄດ້​​ເຜີຍ​ແຜ່ "ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊຸກຍູ້​ການຫຼຸດຕົ້ນທຶນ​ແລະ​ເພີ່ມ​ປະສິດທິພາບ​ຂອງ​ຂະ​ແໜງ​ການ​ຈໍລະ​ຈອນ​ສິນຄ້າ​ຕື່ມ​ອີກ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ" ​ໂດຍ​ໄດ້​ສະ​ເໜີ 27 ມາດ​ຕະການຈາກ 7 ດ້ານ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຊຸກຍູ້​ວຽກ​ງານ​ຊຸກຍູ້​ການຫຼຸດຕົ້ນທຶນ ​ແລະ ​ເພີ່ມ​ປະສິດທິພາບ​ຂອງ​ຂະ​ແໜງ​ການ​ຈໍລະ​ຈອນ​ສິນຄ້າ ​ໃນ​ນີ້​ໄດ້​ກວມ​ເອົາທັງ​ການ​ບັນລຸ​ການ​​ເຊື່ອມ​ໂຍງ​ການຜ່ານ​ດ່ານ​ໃນ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ​ນີ້ ​ເຊິ່ງຈະ​ເຮັດ​ໃຫ້​ເວລາ​​ແຈ້ງ​ຜ່ານສິນຄ້າ​ຢູ່​ດ່ານສັ້ນລົງ 1/3.

ທ່ານ​ໄຊ້ຈິ້ນ ຮອງ​ປະທານ​ສະມາຄົມ​ການ​ຈໍລະ​ຈອນ​ສິນຄ້າ​ແລະ​ການ​ຈັດຊື້ຈີນ ກ່າວ​ວ່າ: ການ​ປະດິດ​ສ້າງ​ຮູບ​ແບບ​ການ​ຈໍລະ​ຈອນ​ສິນຄ້າ​ແມ່ນ​ພະລັງ​ຊຸກ​ດັນ​ພື້ນຖານ​​ຂອງ​ການ​ຍົກ​ສູງ​ປະສິດທິພາບ​​ການ​ເຄື່ອນ​ໄຫວຂອງ​ເສດຖະກິດ ​ໂດຍສະ​ເພາະ​ພາຍ​ໃຕ້​​ເງື່ອນ​ໄຂ​ທີ່​ຕົ້ນທຶນ​​ແຮງ​ງານ, ພະລັງງານ ​ແລະ ຊັບພະຍາກອນ​ເພີ່ມ​ຂຶ້ນນັ້ນ, ການຫຼຸດຕົ້ນທຶນ​​ການ​ຈໍລະ​ຈອນ​ສິນຄ້າ​ກໍ​ເປັນ​ຊ່ອງ​ທາງ​ສຳຄັນ​ໃນ​ການຫຼຸດຕົ້ນທຶນ​ເສດຖະກິດ​ຕົວ​ຈິງ(Real economy)ລົງ​ໄດ້

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ