ຈີນລົງທຶນ​ຄົ້ນຄວ້າກ້ອງ​ຊ່ອງ​ກະ​ເພາະ​ອາຫານ​ແບບ​ຫຸ່ນ​ຍົນແຄ​ບຊຸນ
2017-08-18 11:24:57  cri 

ວັນ​ທີ 15 ສິງຫາ​ນີ້, ຫຸ່ນ​ຍົນ​ແຄບ​ຊຸນ ​ເຊິ່ງ​ເປັນ​ກ້ອງ​ຊ່ອງ​ກະ​ເພາະ​ອາຫານ​ທີ່​ຄວບ​ຄຸມ​ໂດຍ​ແມ່​ເຫຼັກ ທີ່​ຄົ້ນຄວ້າ​ຜະລິດ​ໂດຍ​ບໍລິສັດ​ອ່ານຮ້ານ​ເຕັກນິກ​ປິ່ນປົວຊຽງ​ໄຮ​ຈຳກັດ ​ໄດ້​ຮັບ​ການ​ລົງທຶນ​ຈາກ 6 ອົງການ​ລົງທຶນ ​​ໄດ້​ຮ່ວມ​ທຶນ 100 ລ້ານ​ໂດ​ລາ​ສະຫະລັດ ຫວັງ​ເຈາະ​ຕະຫຼາດ​ແລະ​ຄົ້ນຄວ້າ​ຜະລິດ​ຕະພັນ​ໃໝ່.

​ເມື່ອ​ທຽບ​ໃສ່ກ້ອງ​ຊ່ອງ​ກະ​ເພາະ​ອາຫານ​ດັ້ງ​ເດີມ​ທີ່​ສ້າງຄວາມ​ລຳ​ຄານ​ໃຫ້​ແກ່ຄົນ​ເຈັບ​ນັ້ນ, ການ​ໃຊ້ຫຸ່ນ​ຍົນ​ແຄບຊຸນ​ດັ່ງກ່າວບໍ່ຈຳ​ເປັນໃຊ້​ທໍ່, ພຽງ​ແຕ່​ດື່ມ​ນ້ຳ​ກຶກ​ໜຶ່ງ​ເພື່ອ​ລ່ອງ​​ແຄບ​ຊຸນ​ດັ່ງກ່າວ​ລົງທ້ອງ ​ແລ້ວ​ນອນ​ຢູ່​ປະມານ 15 ນາທີ​ເທົ່າ​ນັ້ນ ກໍ​ຖື​ວ່າ​ໄດ້ສຳ​ເລັດ​ການກວດ​ກະເພາະອາຫານ ​​ໂດຍບໍ່​ມີ​ຄວາມເຈັບ, ບໍ່​ມີ​ບາດ​ແຜ ​ແລະ​ກໍ​ບໍ່​ຕ້ອງ​ໃຊ້​ຢາ​ມຶນ. ຫຼັງຈາກ​ກວດ​ສຳ​ເລັດ​ແລ້ວ, ​ແຄບ​ຊຸນ​ດັ່ງກ່າວ​ຈະຂັບ​ຖ່າຍ​ອອກ​ນອກ​ຮ່າງ​ກາຍ​ດ້ວຍ​​ໂຕເອງ ​ແລະ ​ໃນ​ຂັ້ນຕອນ​ການກວດຕ່າງໆ, ​ແຄບ​ຊຸນ​ຈະປັບ​ກ້ອງ​ຊ່ອງ​ໂດຍ​ອັດຕະ​ໂນ​ມັດ ​ໂດຍສາມາດກວດ​ກະ​ເພາະ​ອາຫານ​ໄດ້​ໝົດ, ຂະຫຍາຍ​ພາບ​ສຳລັບ​ບ່ອນ​ເຈັບ​ ທັງ​ຖ່າຍ​ພາບ​ແລະ​ສາມາດ​ສະ​ແດງ​ໃຫ້​ເຫັນ​ຢູ່ຈໍ​ໂທລະພາບ 3.000 ກວ່າ​ພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ