ເສດຖະກິດ​ກຳປູ​ເຈຍ​ສືບຕໍ່ພັດທະນາ​ຢ່າງ​ແຂງ​ແຮງ
2017-08-18 16:25:37  cri 

ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານຫຼ້າສຸດ​ຢູ່​ນະຄອນຫຼວງພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ​ໃນ​ວັນ​ທີ 17 ສິງຫາ​ນີ້​​ ໂດຍ​ຊີ້​ໃຫ້​ເຫັນວ່າ ​ເສດຖະກິດ​ປະ​ເທດດັ່ງກ່າວ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງພັດທະນາ​ຢ່າງ​ແຂງ​​ແຮງ​ທີ່​ສຸດ, ຂະນະ​ທີ່​ການຫຼຸດຜ່ອນປະຊາກອນ​ຜູ້ທຸກ​ຍາກ​ໄດ້​ຮັບ​ຜົນ​ດີ​ສົມຄວນ.

ບົດ​ລາຍ​ງານ​ລະບຸ​ວ່າ: ນັບ​ແຕ່​ປີ 1994 ຫາ​ປີ 2015, GDP ຂອງ​ກຳປູ​ເຈຍ​​ໄດ້​ຮັກສາ​ຈັງຫວະ​ການ​ເຕີ​ບໂຕສະ​ເລ່ຍ 7,6% ຕໍ່​ປີ. ຂະນະ​ທີ່​ການ​ເຕີບ​ໂຕ​ຂອງ​ເສດຖະກິ​ດກຳປູ​ເຈຍ​ຕົ້ນຕໍ​ໄດ້​ປະໂຫຍ​ດຈາກ​ການ​ສົ່ງ​ອອກສິນຄ້າ ​ແລະ ການ​ພັດທະນາຂະ​ແໜງການ​ບໍລິການ ຄື ອຸດສາຫະກຳ​ເຄື່ອງນຸ່ງ ​ແລະ ການທ່ອງທ່ຽວ ​ເຊິ່ງ​ສອງ​ຂົງ​ເຂດ​ດັ່ງກ່າວສາມາດສ້າງ​ວຽກ​ເຮັດ​ງານ​ທຳ​​ໄດ້ປະມານ 3 ລ້ານ 6 ​ແສນ​ຕຳ​ແໜ່​ງ. ຂະນະ​ທີ່​ປະຊາກອນ​ຢູ່​ໃນ​ເກນທຸກ​ຍາກ​ຂອງ​ກຳປູ​ເຈຍ ​ໄດ້ຫຼຸດຈາກ 47,8% ​ໃນປີ 2007 ລົງ​​ເປັນ 13,5% ​ໃນປີ 2014.

ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ ຍັງ​ລະບຸ​ຕື່ມ​ວ່າ: ຍ້ອນ​ວ່າ​ລາຄາ​ຜະລິດ​ຕະພັນ​ກະສິກຳ​ອ່າວ​ຕ່ຳ ບວກ​ກັບຕົ້ນທຶນ​ແຮງ​ງານ​ເພີ່ມ​ຂຶ້ນ ນີ້​ໄດ້​ບັງຄັບ​ໃຫ້​ກຳປູ​ເຈຍ​ຕ້ອງ​ໄດ້​ຍົກກຳລັງ​ການ​ຜະລິດ​ໃຫ້​ສູງ​ຂຶ້ນ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຂ່ງຂັນຂອງ​ຜະລິດ​ຕະພັນ​ປະ​ເທດ​ຕົນ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ